ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-04 14:46:06    
ຂ່າວ​ຜົນ​ການ​ແຂ່ງ​ຂັນ​ຂອງ​ງານ​ເອ​ຊຽນ​ເກມ​ໂດ​ຮາ​ນັບ​ມາ​ຮອດ​ມື້​ທີ​2

cri

ຕາມ​ຂ່າວCRI,ວັນ​ທີ3​ທັນວານີ້​ການ​ແຂ່ງຂັນ​ມື້​ທີ​ສອງ​ຂອງງານ​ເອຊຽນ​ເກມ​ໂດ​ຮາ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ຄະນະ​ນັກ​ກິລາ​ຈີນ​ໄດ້​ເປັນອັນ​ດັບ​ໜຶ່ງ​ໃນ​ຕາ​ລາງ​ຫຼຽນ​ໂດຍ​ຊິງ​ໄດ້​ຫຼຽນ​ຄຳ​29​ຫຼຽນ,​ຍີ່​ປຸ່ນ​ຊິງ​ໄດ້​ຫຼຽນ​ຄຳ​7​ຫຼຽນ,​ເປັນ​ທີ​ສອງ,​ສ.ເກົາ​ຫຼີ​ຊິງ​ໄດ້​ຫຼຽນ​ຄຳ​4​ຫຼຽນ​ເປັນ​ທີ​ສາມ.ໃນ​ການ​ແຂ່ງ​ຂັນ​ລົດ​ຖີບ​ທາງ​ຫຼວງ​ປະ​ເພດ​ບຸກ​ຄົນ​ຊາຍ,​ທ້າວ​ຫວງ​ຈິ່ນ​ປາວ​ຊິງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​ເພື່ອ​ຮົງ​ກົງ​ຈີນ.

ທ້າວຫວງຈິ່ນປາວດີໃຈຫຼາຍທີ່ຊິງໄດ້ແຊມປຽນໃນການແຂ່ງຂັນ

ໃນການແຂ່ງຂັນຍົກນ້ຳໜັກເພດ​ຍິງຂະໜາດ​ລຸ້ນ​58​ກິ​ໂລ​,ນາງ​ເສິນ​ຢຽນຊິງ ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຄະ​ແນນ​ລວມ251ກິ​ໂລ,​ແລະ​ໄດ້​ສ້າງ​ສະ​ຖິ​ຕິ​ໂລກ​ໃໝ່​ໃນ​ດ້ານ​ຈັບ​ຍົກ, ຍໍ​ຍົກ​ແລະ​ຄະ​ແນນ​ລວມ.​ໃນ​ການ​ແຂ່ງຂັນ​ຍິງ​ປືນ​ລົມ​ສັ້ນ​ໄລ​ຍະ​10​ແມັດ​ໝູ່​ຄະນະ​ເພດ​ຍິງ​,ທິມ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ດ້ວຍ​ຄະ​ແນນ​ລວມ​1161​ແຕ້ມ.​ຄະ​ແນນ​ດັ່ງ​ກ່າວ​ໄດ້​ເທົ່າ​ກັບ​ສະ​ຖິ​ຕິ​ໂລກ.

ວັນ​ທີ4​ທັນວາ​ນີ້,​ເປັນມື້​ທີ​ສາມ​ຂອງ​ງານ​ເອຊຽນ​ເກມ​ໂດ​ຮາ​ຈະ​ມີ​ການ​ຊິງ​ຫຼຽນ​ຄຳ​28​ຫຼຽນ,ລາຍການ​ແຂ່ງຂັນ​ທີ່​ມີ​ຫຼຽນ​ຄຳ​ຫຼາຍ​ກວ່າ​ໝູ່​ແມ່ນ​ລອຍ​ນ້ຳ,​ຍິງ​ປືນ​ແລະ​ຮອກ​ກີ