ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-06 11:37:17    
ຈີນ​ໄດ້​ຮັບ​ຫຼຽນ​ຄຳ​60​ຫຼຽນ​ແລ້ວ​ໃນ​ເອ​ຊຽນ​ເກມ​ໂດ​ຮາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ5​ທັນວານີ້,ການ​ແຂ່ງ​ຂັນເອຊຽນ​ເກ​ມ​ໂດ​ຮາພວມ​ດຳ​ເນີນ​ຕໍ່​ໄປ.​ໃນ​ການ​ແຂ່ງ​ຂັນ​​ໃນ​ມື້​ນັ້ນ​ມີ​ຫຼຽນ​ຄຳ​36​ຫຼຽນ​ໃຫ້​ຊີງ​ກັນ,​ຄະ​ນະ​ນັກ​ກິ​ລາ​ຈີນ​ຊີງ​ໄດ້​22​ຫຼຽນ.​ໃນ​ນັ້ນ,​ທິມ​ຍິງ​ປືນ​ຊີງ​ໄດ້​7​ຫຼຽນ,​ທິມ​ກາຍ​ຍະ​ກຳ​​​ແລະ​ທິມ​ລອຍ​ນ້ຳ​ຕ່າງ​ກໍ​ຊີງ​ໄດ້​3​ຫຼຽນ.​ທິມ​ຕີ​ດອກ​ປີກ​ໄກ່ ທິມ​ລົດ​ຖີບ​ແລະ​ທິມ​ໂຢ​ໂດ​ຕ່າງ​ຊີງ​ໄດ້​ຫຼຽນ​ຄຳ​2​ຫຼຽນ,​ທິມ​ສະ​ໝຸກ​ເກີ​ແລະ​ທິມ​ຍົກ​ນ້ຳ​ໜັກ​ກໍ​ຕ່າງ​ຊີງ​ໄດ້​ຫຼຽນ​ຄຳ​1​ຫຼຽນ.

ພາຍຫຼັງການ​ແຂ່ງຂັນ​ໃນ​ວັນ​ທີ5​ທັນວາ​ສິ້ນສຸດ​ລົງ​ແລ້ວ,​ຄະນະນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນ​ຫຼາຍ​ກວ່າ​ໝູ່ ​ເຊິ່ງມີຫຼຽນຄຳ60ຫຼຽນ ຫຼຽນ​ເງິນ31​ຫຼຽນ​ແລະ​ຫຼຽນ​ທອງ​13​ຫຼຽນ.​ທິມ​ຍີ່​ປຸ່ນ​ເປັນ​ທີ​ສອງ ​ເຊິ່ງ​ມີ​ຫຼຽນ​ຄຳ​17​ຫຼຽນ ຫຼຽນ​ເງິນ20​ຫຼຽນ​ແລະ​ຫຼຽນ​ທອງ​25​ຫຼຽນ,​ທິມ​ສ.ເກົາ​ຫຼີ​ເປັນ​ທີ​ສາມ ​ເຊິ່ງ​ໄດ້​ຫຼຽນ​ຄຳ​13​ຫຼຽນ ຫຼຽນ​ເງິນ​17​ຫຼຽນ​ແລະ​ຫຼຽນ ທອງ​32​ຫຼຽນ.

ວັນ​ທີ​6​ທັນວານີ້,​ຈະ​ມີ​ການ​ແຂ່ງ​ຂັນ ຍິງ​ປືນ ລອຍ​ນ້ຳ ​ປິ່ງ​ປ່ອງ ກາຍ​ຍະ​ກຳ​ແລະ​ສະ​ໝຸກ​ເກີ​ເປັນ​ຕົ້ນ,​ຈະ​​ຊີງ​ຫຼຽນ​ຄຳ​ທັງ​ໝົດ​45​ຫຼຽນ.