ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-06 15:12:19    
ສຳ​ພາດ​ຄະ​ນະ​​ນັກ​ກິ​ລາ​ຕີ​ມໍ​​ເລັສ​ເຕ​ທີ່​ເຂົ້າ​ຮ່ວມ​ງານ​ເອ​ຊຽນ​ເກ​ມ​ໂດ​ຮາ

cri Author: sayvanny
ວັນ​ທີ 1 ທັນ​ວາ​ນີ້ ງານ​ເອຊຽນ​ເກ​ມຄັ້ງທີ 15 ​ໄດ້​ຈັດ​ຂຶ້ນ​ຢູ່​ໂດ​ຮາ ນະ​ຄອນ​ຫລວງ​ແຫ່ງ​ກາ​ຕາ,ນັກ​ກິລາ​ປະມານ 1 ຫມື່ນ 2 ພັນ​ຄົນ​ຂອງ 45 ປະ​ເທດ​​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ງານ​​ຄັ້ງນີ້.​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ສ້າງ​ຕັ້ງ​ຂຶ້ນ​​ໃຫມ່ໆ​ຂອງ​ອາຊີ, ຕີ​ມໍ​ເລັສ​ເຕກໍ່​ໄດ້​ສົ່ງ​ນັກ​ກິລາ 15 ຄົນ​ເຂົ້າຮ່ວມ​ການ​ແຂ່ງ​ຂັນ 6 ປະ​ເພດ​ກິລາ.

​ໃນ​ງານ​ເອຊຽນ​ເກມ​ທີ່​ຈັດ​ຂຶ້ນ​ຢູ່​ປູ​ຊານ​ຂອງ​ສ.​ເກົາ​ຫລີ​ເມື່ອ​ປີ 2002,ຕີ​ມໍ​ເລັສ​ເຕ​ທີ່​ຫາກໍ່​​ໄດ້​ຮັບ​ເອ​ກະ​ລາດ​ບໍ່​ດົນ​ກໍ່​ໄດ້​ສົ່ງ​ນັກ​ກິລາ​ໄປ​ຮ່ວມ,ປີ 2004, ກໍ່​ໄດ້​ສົ່ງ​ນັກ​ກິ​ລາ 6 ຄົນ​ໄປ​ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ທີ່​ອາ​ແຕນ.​ໃນ​ງານ​​ເອຊຽນ​ເກ​ມທີ່​ຈັດ​ຂຶ້ນ​ຢູ່​ໂດ​ຮາ​ປີ​ນີ້, ຕີ​ມໍ​ເລັສ​ເຕກໍ່​ໄດ້​ສົ່ງ​ຄະ​ນະ​ນັກ​ກິລາໄປ. ທ່ານ​ເປີ​ນັນ​ໂຕ​ແອ​ມຄາ​ນາ​ຄາວ ຫົວ​ຫນ້າ​ຄະ​ນະ​ເວົ້າ​ວ່າ, ​ເຖິງ​ວ່າ​ຄະ​ນະ​ນັກ​ກິ​ລາ​ຕີ​ມໍ​ເລັສ​ເຕບໍ່​ມີ​ຄວາມ​ຫວັງ​ຊິງ​ໄດ້​ຫລຽນ​ໃດໆ​ໃນ​ການ​ແຂ່ງ​ຂັນ​ເທື່ອ​ນີ້, ​ແຕ່​ພວກ​ເຂົາ​ເຈົ້າ​ຫວັງ​ຜ່ານ​ການ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເທື່ອ​ນີ້,​ເພື່ອ​ໃຫ້​ນັກ​ກິລາ​ມີ​ປະ​ສົບ​ການ​ໃນ​ການ​ແຂ່ງ​ຂັນ​ໃຫ້​ຫລາຍ​ຂຶ້ນ, ດ້ານ​ຫນຶ່ງ​ອີກ​ກໍ່​ແມ່ນ​ເພື່ອ​ສະ​ແດງ​ນ້ຳໃຈ​ໂອ​ລິມ​ປິກ.ທ່ານ​ເວົ້າ​ວ່າ:

ພວກ​ຂ້າພະ​ເຈົ້າມາ​ໂດ​ຮາ​ບໍ່​ແມ່ນ​ເພື່ອມາ​ທ່ຽວຊື່ໆ,ຫາກ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ກິລາ​ໂອ​ລິ​ມປິກ,ຜ່ານ​ການ​​ເຂົ້າຮ່ວມ​ການ​ແຂ່ງຂັນ, ຄົບ​ຫາ​ຫມູ່​ເພື່ອນ​ຢ່າງ​ກວ້າງຂວາງ,ຍັງ​ສາມາດ​ເຮັດ​ໃຫ້​ປະສົບ​ການ​ໃນ​ການ​ແຂ່ງຂັນ​ຂອງ​ນັກ​ກິລາ​ຫລາຍ​ຂຶ້ນຕື່ມສຳຄັນ​ແມ່ນການ​​ເສີມ​ຂະຫຍາຍ​ຈິດ​ໃຈ​ໂອ​ລິ​ມປິກ​ທີ່​ເນັ້ນ​ເຖິງ​ການ​ເຂົ້າຮ່ວມ.

ຕັ້ງ​ແຕ່​ສະຫະ​ປະຊາ​ຊາດ​ປະກາດ​ຕີມໍ​ເລັສ​ເຕ​ເປັນ​ເອກະລາດ​ພາຍຫລັງ​ການ​ປ່ອນ​ບັດ​ຂອງ​ທົ່ວ​ປວງ​ຊົນ​ໃນ​ປີ 1999 ​ແລ້ວ, ສະຖານະ​ການ​ຂອງ​ຕີ​ມໍ​ເລັສ​ເຕປັ່ນ​ປ່ວນ​ຢ່າງ​ຕໍ່​ເນື່ອງ​,ການ​ຂະຫຍາຍຕົວ​ຂອງ​ວຽກ​ງານ​ກິລາ​ກໍ່​ຖືກ​ກະທົບກະ​ເທືອ​ນຢ່າງ​ຫນັກຫນ່ວງ,ລັດຖະບານ​ບໍ່​ໄດ້​ລົງທຶນ​ໃສ່​ວຽກ​ງານ​ດ້ານ​ນີ້​ຫລາຍ,ນັກ​ກິລາ​ກໍ່​ບໍ່​ໄດ້​ຮັບ​ການ​ຝຶກ​ແອບ​ຢ່າງ​ເປັນ​ລະບົບ.|

ທ່ານໃຫ້ສຳພາດວ່າ:

ພວກ​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ສະ​ຫະ​ພັນ​ດອກ​ປີກ​ໄກ່​ສາ​ກົນ​ຊ່ວຍ​ພວກ ຂ້າ​ພະ​ເຈົ້າ, ​ເຮັດ​ໃຫ້​ນັກ​ກິລາ​ທີ່​ມີ​ຄວາມ​ສາ​ມາດ​ຫລາຍ​ຄົນ​ຂອງ​ພວກ​ຂ້າພະ​ເຈົ້າ​ໄປ​ຝຶກ​ແອບ​ຢູ່​ປະ​ເທດ​ທີ່​ຫລິ້ນ​ດອກ​ປີກ​ໄກ່​​ເກັ່ງ, ​ໂດຍ​ສະ​ເພາະ​ແມ່ນ​ຈີນ.

​ເມື່ອ​ກ່າວ​ເຖິງ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ກິລາ​ຂອງ​ຕີ​ມໍ​ເລັສ​ເຕ,ທ່ານ​ແອ​ມຄາ​ນາຄາ​ວ​ເວົ້າວ່າ, ປັດຈຸບັນ, ຕີ​ມໍ​ເລັສ​ເຕ​ມີ​ນັກ​ກິລາ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ ຊ້ອນ​ໃນ​ກິ​ລາ​ປະ​ເພດ​ມວຍ​ສາ​ກົນ ລາຍ​ການ​ຄະ​ລັດ​ເຕ​ໂດແລະ​ລາຍ​ການ​ເທ​ຄວັນ​ໂດ,ຫວັງ​ວ່າ​ພວກ​ເຂົາ​ເຈົ້າຈະ​ສ້າງ​ຄວາມ​ກຽດ​ໃຫ້​​ແກ່ປະ​ເທດ​ຊາດ​ໃນ​ບໍ່​ດົນ​ນີ້.

ສຸດ​ທ້າຍ,ທ່ານ​ແອ​ມຄາ​ນາຄາ​ວ​ເວົາວ່າ, ຈີນ​ແມ່ນ​ມະ​ຫາ​ປະ​ເທດກິລາ, ​ໄດ້​ຮັບ​ຜົນ​ງານ​ດີ​ຢ່າງ​ຫລວງ​ຫລາຍ​ທີ່​ເຮັດ​ໃຫ້​ຄົນ​ຕື່ນ​ເຕັ້ນ​ໃຈໃນ​ການ​ແຂ່ງ​ຂັນ​ກິ​ລາ​ສາ​ກົນ.ພ້ອມ​ກັນ​ນັ້ນ, ກຳ​ລັງ​​ແຮງ​ສັງ​ລວມ​ແຫ່ງ​ຊາດ​ຂອງ​ຈີນ​ກໍ່​ເຂັ້ມ​ແຂງ​ຫລາຍ.ສະ​ນັ້ນ, ທ່ານ​ເຊື່ອ​ວ່າ:ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ປີ 2008​ແລະ​ງານ​ເອຊຽນ​ເກມ​ກວາງ​ໂຈ​ວທີ່​ຈັດ​ຂຶ້ນ​ໃນ​ປີ 2010 ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ.

ທ່ານ​ເວົ້າວ່າ:

ຕີ​ມໍ​ເລັສ​ເຕ​ຈະ​ພະ​ຍາ​ຍາມ​ສົ່ງ​ນັກ​ກິ​ລາ​ຫລາຍ​ກວ່າ​ເກົ່າ​ໄປ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ປີ 2008 ​ແລະ​ງານ​ເອ​ຊຽນ​ເກ​ມທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ​ວ​ໃນ​ປີ 2010.ນັກ​ກິ​ລາ​ຕີ​ມໍ​ເລັສ​ເຕບໍ່​ຫວັງ​ຢາກ​ຊິງ​ໄດ້​ຫລຽນ, ​ແຕ່​ຈະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ສ້າງ​ຜົນ​ງານ​ທີ່​ດີກ​ວ່າ​ເກົ່າ.