ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-08 15:53:46    
ຈີນ​ສົ່ງ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​"ເຟິ່ງ​ຢຸນ​ເລກ​2"​D​ຢ່າງ​ສຳ​ເລັດ​ຜົນ

cri

ຕາມ​ຂ່າວCRI,​ວັນ​ທີ8​ທັນວາ​ນີ້,​ຢູ່​ສູນ​ສົ່ງ​ດາວ​ທຽມຊີ່​ຊ່າງ​ຈີນ,​ຈີນ​ໄດ້​ໃຊ້​ຈະ​ຫຼວດ​"ຊາງ​ເຈິ່ງ​ເລກ3 ກ." ສົ່ງ​ດາວ​ທຽມ​ອຸຕຸ​ນິ​ຍົມ​"ເຟິ່ງຢຸນ​ເລກ2"​D​ຂຶ້ນສູ່​ວົງ​ໂຄ​ຈອນ​ຢ່າງ​ສຳ​ເລັດ​ຜົນ​.


ຜູ້​ນຳ​ໃຊ້​ດາວ​ທຽມ​ດັ່ງ​ກ່າວ​ແມ່ນ​ກົມ​ອຸຕຸ​ນິຍົມ​ແຫ່ງ​ຊາດ​ຈີນ.​ດາວ​ທຽມ​ນີ້​ສາ​ມາດ​ຕິດ​ຕາມ​ສະ​ພາບ​ອາ​ກາດ​ຂອງ​ໜ່ວຍ​ໂລກ​ຢ່າງ​ລຽນ​ຕິດ​ໃນ​ທຸກ​ເວລາ,​ເຕົ້າ​ໂຮມ​ແລະ​ສົ່ງ​ຂໍ້​ມູນ​ຕົວ​ເລກ​ໃນ​ດ້ານ​ອາ​ກາດ ທະ​ເລ​ແລະ​ແມ່​ນ້ຳ, ​ຕິດ​ຕາມ​ວັດ​ແທກ​ຕົວ​ເລກ​ແສງ​X​(ອິ່ກສ໌)​ຂອງ​ຕາ​ເວັນ​ແລະ​ຕົວ​ເລກ​ແຜ່​ລັງສີ​ຂອງ​ເມັດ​ໃນ​ອະວະ​ກາດ​ເປັນ​ຕົ້ນ.​ນອກ​ນັ້ນ,ດາວ​ທຽມ​ໜ່ວຍ​ນີ້​ກັບ​ດາວ​ທຽມ​ອຸຕຸ​ນິ​ຍົມ"​ເຟິ່ງຢຸນ​ເລກ2"​Cທີ່​ພວມ​ໂຄ​ຈອນ​ຢູ່​ສາມາດ​ຕິດ​ຕາມ​ສຳ​ຫຼວດ​ສະ​ພາບ​ຢູ່​ເທິງ​ໜ່ວຍ​ໂລກ​ໃນ​ເວ​ລາ​ດຽວ​ກັນ​ຕາມ​ຄວາມ​ຕ້ອງ​ການ,​ຮັບ​ປະ​ກັນ​ໃຫ້​ຈີນ​ສ້າງ​ລະບົບ​ນຳໃຊ້​ດາວ​ທຽມ​ອຸຕຸ​ນິ​ຍົມ​ທີ່​ໜັກ​ແໜ້ນ​ຍາວ​ນານ​ແລະ​ໝູນ​ເດີນ​ຢ່າງ​ຕໍ່​ເນື່ອງ.