|
 |
(GMT+08:00)
2006-12-10 19:02:53
|
ທ່ານນາຍົກລັດຖະມົນຕີຈີນຈະເລື່ອນເວລາໄປຟິລິບປິນ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ10ທັນວານີ້,ຢູ່ປັກກິ່ງ,ທ່ານຊິນກ່າງ ໂຄສົກກະຊວງການຕ່າງ ປະເທດຈີນປະກາດວ່າ,ຍ້ອນຖືກລົມໄຕ້ຝຸ່ນກະທົບກະເທືອນ,ກອງປະຊຸມຕ່າງໆຂອງຜູ້ນຳອາຊີຕາເວັນອອກທີ່ແຕ່ເດີມຈະຈັດຂຶ້ນຢູ່ເມືອງເຊບູຂອງຟິລິບປິນແຕ່ວັນທີ11ຫາວັນທີ13ທັນວານີ້ຈະເລື່ອນເວລາໄປເຖິງເດືອນມັງກອນປີ2007.ສອງຝ່າຍຈີນຟິລິບປິນປຶກສາຫາລືກັນແລະຕົກລົງວ່າ,ເລື່ອນເວລາຢ້ຽມຢາມຟິລິບປິນຂອງທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໃນແຜນການເດີມແມ່ນແຕ່ວັນທີ13ຮອດວັນທີ14ທັນວານີ້.
|
|
|