ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-10 20:55:59    
ຍົນ​ອະ​ວະ​ກາດ"ດີສ​ກາ​ເວີ​ລີ"ຂອງ​ອາ​ເມ​ລິ​ກາ​ໄດ້​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ

cri

ຕາມ​ຂ່າວ​ສານ​ຊິນ​ຮວາ, ​ເວລາ20​ໂມງ47​ນາທີ​ຂອງ​ວັນ​ທີ​9​ທັນ​ວາ ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ,​ຍົນ​ອະ​ວະ​ກາດ"ດີ​ສ​ກາ​​ເວີ​ລີ"​ໄດ້​ຖືກ​ຍິງ​ສົ່ງ​ຈາ​ກູ​ສູນ​ຍິງ​ສົ່ງ​ເຄ​ນີ​ດີ ລັດ​ໂຟຼ​ລີ​ດາ ອາ​ເມ​ລິ​ກາ ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ,​ແລ້ວ​ບິນ​ໄປ​ຫາ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ.​ນີ້​ແມ່ນ​ອາ​ເມ​ລິ​ກາ​ຍິງ​ສົ່ງ​ຍົນ​ອະ​ວະ​ກາດ​ໃນ​ຍາມ​ກາງ​ຄືນ​ເປັນ​ເທື່ອ​ທຳ​ອິດ​ໃນ4​ປີ​ມາ​ນີ້.

ກົມ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ ໜ້າ​ທີ່​ກໍ່​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຍົນ​ອະ​ວະ​ກາດ"ດີສ​ກາ​​ເວີ​ລີ" ເທື່ອ​ນີ້​ຈະ ​ສັບ​ສົນ​ກວ່າ​ທຸກ​ເທື່ອ​ຜ່ານ​ມາ.​ຈະ​ສົ່ງ​ເຄື່ອງ​ຊີກ​ສ່ວນ​ໃໝ່​ແລະ​ອຸ​ປະ​ກອນ​ທົດ​ລອງ​ອັນ​ໜຶ່ງ​ໄປ​ໃຫ້​ສະ​ຖາ​ນີ​ອະ​ວະ​ກາດ.​ໃນ​ໄລ​ຍະ​ເຊື່ອມ​ຕໍ່​ກັບ​ສະ​ຖາ​ນີ​ອະ​ວະ​ກາດ,​ນັກ​ບິນ​ອະ​ວະ​ກາດ​7​ຄົນ​ຈະ​ຍ່າງ​ຢູ່ ​ອະ​ວະ​ກາດ​3​ເທື່ອ,​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ລວມ​ທັງ​ການ​ຕິດ​ຕັ້ງ​ອຸ​ປະ​ກອນ,​ວາງ​ສາຍ​ໄຟ​ຟ້າ​ສ່ວນ​ໜຶ່ງ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ຄືນ​ໃໝ່​ເປັນ​ຕົ້ນ.

ຕາມ​ແຜນ​ການ,​ຍົນ​ອະ​ວະ​ກາດ"ດີ​ສ​ກາ​​ເວີ​ລີ"​ຈະ​ກັບ​ຄືນ​ສູ່​ໜ່ວຍ​ໂລກ​ໃນ​ວັນ​ທີ​21​ທັນ​ວາ​ນີ້.