ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 18:15:25    
ປີ2007,​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ຖະ​ຍົມ​ຕົ້ນ​ໃນ​ຊົນ​ນະ​ບົດ​ຈີນ​ຈະ​ບໍ່​ເກັບ​ຄ່າ​ຮຽນ​ແລະ​ຄ່າ​ສາ​ລະ​ພັດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ11​ທັນວາ​ນີ້,ທ່ານ​ເຈ່ວຈີ້​ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ​ຈີນ​ກ່າວ​ວ່າ,​ປີ​2007,​ນັກ​ຮຽນ​ໝົດ​ທຸກ​ຄົນ​ຂອງ​ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ຖະ​ຍົມ​ຕົ້ນ​ໃນ​ຊົນ​ນະ​ບົດ​ຈີນ​ຈະບໍ່​ຈ່າຍ​ຄ່າ​ຮຽນ​ແລະ​ຄ່າ​ສາ​ລະ​ພັດ​ອີກ,​ນັກ​ຮຽນ​150​ລ້ານ​ຄົນ​ຈະ​ໄດ້​ຮັບ​ຜະ​ໂຫຍດ​ຈາກ​ມາດ​ຕະການ​ນີ້.

ທ່ານ​​ໂຈ່​ວຈີ້​ແມ່ນ​ເປີດ​ເຜີຍ​ຂ່າວ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ທີ່ກ່ຽວຂ້ອງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຫວູ ຮ້ານ​ທາງ​ພາກ​ກາງຂອງ​ຈີນ.

ທ່ານ​ໂຈ່​ວຈີ້​ເວົ້າວ່າ,​ໃນ​ເວລາ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ,​ອັດ​ຕາ​ເຂົ້າ​ຮຽນ​ປະຖົມ​ໃນ​ທົ່ວ​ປະ​ເທດ​​ຢູ່​ລະ​ຫວ່າງ​20%,​ມັດ​ທະ​ຍົມ​ຕົ້ນ​ມີ​ແຕ່​6%,​ດຽວ​ນີ້,​ອັດ​ຕາ​ເຂົ້າ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມ​ຕົ້ນ​ລ້ວນ​ແຕ່​ໄດ້​ສູງ​ກວ່າ​95%​ແລ້ວ.​ເດືອນ​ມີ​ນາ​ປີ​ນີ້,​ລັດ​ຖະ​ບານ​ຈີນ​ໄດ້​ວາງ​ຄາດໝາຍ​​ວ່າ,​ໃຊ້​ເວລາ​ສອງ​ປີ​ຍົກ​ເວັ້ນ​ຄ່າ​ຮຽນ​​ແລະ​ຄ່າ​ສາ​ລະ​ພັດ​ຂອງ​ນັກ​ຮຽນ​ທີ່​ຮັບ​ການ​ສຶກ​ສາ​ພາກ​ບັງ​ຄັບ​ໃນ​ຊົນ​ນະ​ບົດ,​ປີ​ນີ້​ປະ​ຕິ​ບັດ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ,​ປີ​ໜ້າ​ຂະ​ຫຍາຍ​ໄປ​ຮອດ​ເຂດ​ກາງ​ແລະ​​ຕາ​ເວັນ​ອອກ.​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ​ທີ່​ຈີນ​ດັດ​ແກ້​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ກໍ່​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ວ່າ,​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ສຶກ​ສາ​ຕ້ອງ​ໃຫ້​ໂຮງ​ຮຽນ​ຊົນ​ນະ​ບົດ​ຫຼາຍ​ກວ່າ,​ລັດ​ຖະ​ບານ​ຄວນ​ນຳ​ພາ​ແລະ​ສົ່ງ​ເສີມ​ຜູ້​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລະ​ຄູ​ອາ​ຈານ​ໄປ​ສິດ​ສອນ​ຢູ່​ຊົນ​ນະ​ບົດ.