ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-11 19:27:02    
ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ໃນ​5​ປີ​ມາ​ນີ້,​​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ສອງ​ເທື່ອ​ປາຍ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕາມ​ສະຖິຕິ​ຫຼ້າສຸດ​ຂອງ​ສຳນັກງານ​ໃຫຍ່​ດ່ານ​ພາສີ​ຈີນ,ປີ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າ​ຂອງ​ຈີນ​ຈະ​ບັນ​ລຸ​1758​ຕື້​ໂດ​ລາ​​ເຊິ່ງ​​ເປັນ​ສະ​ຖິ​ຕິ​ໃໝ່,​ໄດ້​ເພີ່ມ​ຂຶ້ນ​1200​ຕື້​ກວ່າ​ໂດ​ລາ​ເມື່ອ​ທຽບ​ໃສ່​ປີ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ​ປີ 2001.​ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ໃນ5​ປີ​ມາ​ນີ້,​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ ປະ​ເທດ​ຂອງ​ຈີນ​​ໄດ້​ເພີ່ມ​ຂຶ້ນ​ສອງ​ເທື່ອ​ປາຍ.

ຕາມ​ການສະ​ເໜີ,​ເມື່ອ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​​ເປັນຕົ້ນມາ,ຈີນ​ໄດ້​ຫຼຸດພາ ສີ​ນຳ​ເຂົ້າ​ຫຼາຍ​ເທື່ອ,​ເປີດ​ກວ້າງ​ຕະ​ຫຼາດ​ຢູ່​ພາຍ​ໃນ​ປະ​ເທດ,ຊຸກຍູ້​​ໃຫ້ການ​ຄ້າ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.ປີ2001,ຍອດ​ມູນ​ຄ່າ​ການ​ຄ້າ​ນຳ​ເຂົ້າ​ຂອງ​ຈີນ​ມີ243​ຕື້500ລ້ານ​ໂດ​ລາ, ຄາດ​ວ່າ​ປີ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ນຳ​ເຂົ້າ​ຈະ​ບັນ​ລຸ​795​ຕື້​ໂດ​ລາ.​ການ​ນຳ​ເຂົ້າ​ຫຼາຍ​ປານ​ນີ້,​ໄດ້​ສະ​ໜອງ​ອາ​ຊີບ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ປະ​ເທດ​ທີ່​ສົ່ງ​ອອກ​ສິນ​ຄ້າ​ເຂົ້າ​​ຈີນ,​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຫຼົ່າ​ນີ້,ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດຂອງ​ໂລກ.