ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-12 19:08:53    
ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແມ່ນ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ຈີນ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ12​ທັນວາ​ນີ້,ໃນ​ກອງ​ປ​ະຊຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,​ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແມ່ນ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ຈີນ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ທ່ານ​ຊິນ​ກ່າງ​ແມ່ນ​​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ຄ້າ​ໂລກ​5​ປີ.​ທ່ານ​ຊິນ​ກ່າງ​ເວົ້າ​ວ່າ,​​​​ໃນ5​ປີ​ແຕ່ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກມາ​ນີ້,​ໄດ້​ປະ​ຕິ​ບັດ​ພັນ​ທະ​ແລະ​ຄຳ​ໝັ້ນ​ສັນ​ຍາ​ທຸກ​ລາຍ​ຢ່າງ​ແທ້​ຈິງ,​ຕັ້ງ​ໜ້າ​ໂຄ​ລົບ​ກະ​ຕິ​ກາ​ຂອງ​WTO,​ຕະ​ຫຼາດ​ຂອງ​ຈີນ​ແມ່ນ​ຕະ​ຫຼາດ​ທີ່​ນັບ​ມື້​ນັບ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແມ່ນ​ນະ​ໂຍ​ບາຍ​ແຫ່ງ​ຊາດ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ທ່ານ​ເວົ້າວ່າ,ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ການ​ພັດ​ທະ​ນາ​ຂອງ​ຈີນ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ຕົນ​ເອງ,​ກໍ​ມີ​ຜົນ​ດີ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ໂລກ,​ຈີນ​ມີ​ເຈດ​ຈຳ​ນົງ​ພັດ​ທະ​ນາ​ໄມ​ຕີ​ຈິດ​​ແລະ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ,​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຜົນ​ປະ​ໂຫຍດ,​ຈະ​ໄດ້​ຮັບ​ຊະ​ນະ​ພ້ອມ​ກັນ.