ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-13 21:36:29    
ທ່ານ​ຮູ​ຈິນ​ທ່າວ​ກ່າວ​ວ່າ,​ຈີນ​ອາ​ເມ​ລິ​ກາ​ຄວນ​ເລັງ​ສາຍ​ຕາ​ຍາວ​ໄກ,​ແກ້​ໄຂ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ເໝາະ​ສົມ,​ຊຸກ​ຍູ້​​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ13​ທັນວາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຮູ​ຈິນທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ອາ​ເມ​ລິ​ກາ​ຄວນ​ຈັ້ງ​ຕີນ​ພາກ​ສ່ວນ​ໃຫຍ່,​ເລັງ​ສາຍ​ຕາ​ຍາວ​ໄກ,​ຮັບ​ຮູ້​ແລະ​ກຳ​ເອົາ​ການ​ພົວ​ພັນ​ສອງ​ປະ​ເທດ​ຈາກ​ດ້ານ​ຍຸດ​ທະ​ສາດ,​ແກ້​ໄຂ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ແລະ​​ເລື່ອງ​ສົນ​ໃຈ​ຂອງ​ສອງ​ຝ່າຍ​ຢ່າງ​ເໝາະ​ສົມ,​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ກ້າວ​ໄປ​ໜ້າ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຮູ​ຈິນທ່າວ​ແມ່ນກ່າວ​ຄວາມ​ເວົ້າດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ໂຈ​ຈ໌ ​ເຮີ​ເບີດ ​ໂວ​ເຄີ ບຸ​ສ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ທ່ານ​ໂຈ​ຈ໌ ​ເຮີ​ເບີດ ​ໂວ​ເຄີ ບຸ​ສກ່າວ​ວ່າ,ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,​ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ຫຼາຍ​ຂົງ​ເຂດ,​ທ່ານ​ຮູ້​ສຶກ​ດີ​​ໃຈ​ຫຼາຍ.