ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-13 21:43:20    
15​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຊຸກ​ຍູ້​ວຽກ​ງານ​ທະ​ເລ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ໃຫ້​ມີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

cri Author: shuo
ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢິນມີນຢື້​ປ້າວຂອງ​ຈີນ:ວັນ​ທີ12​ທັນວາ,ກອງ​ປະຊຸມ​ທະ​ເລ​ອາຊີ​ຕາ​ເວັນ​ອອກ​ປີ2006​ໄດ້​ໄຂ​ຂຶ້ນຢູ່​ເມືອງ​ໄຫ​ໂຂ​ ທາງ​ພາກ​ໃຕ້​ຂອງ​ຈີນ.​ກອງ​ປະ​ຊຸມ​ເທື່ອ​ນີ້​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​​ໃຫ້​ປະ​ເທດ​ຕ່າງໆ​ຂອງ​ອາຊີ​ຕາ​ເວັນ​ອອກ​ເພີ່​ມທະວີ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ຊຸກ​ຍູ້​ວຽກ​ງານ​ທະ​ເລ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

​ໃນ​ຄຳ​ປາ​ໄສ,ທ່ານ​ເຊິ​ນລຽນ​ເຈິ່ງ ຮອງ​ຫົວໜ້າ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​​ແນະນຳ​ວ່າ,​ກອງ​ປະ​ຊຸມ​ຈະ​ໄຂ​ຂຶ້ນຢູ່​ໃຕ້​ຂອບ​ທີ່ວ່າ"ທະ​ເລ​ດຽວ ມະ​ນຸດ​ດຽວ ຄວາມ​ປາ​ຖະ​ໜາ​ດຽວ",​ຫາ​ລື​ແລະ​ຄົ້ນ​ຄວ້າ​ບັນ​ຫາ​ຕ່າງໆ​ຄື​ການ​ຄຸ້ມ​ຄອງ​ທະ​ເລ​ຢ່າງ​ສັງ​ລວມ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ເປັນ​ຕົ້ນ,​ພ້ອມ​ດ້ວຍ​ທ່ວງ​ທ່າ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ບັນ​ຫາ​ເຫຼົ່າ​ນີ້.

ກອງ​ປະຊຸມ​ຄັ້ງນີ້ດຳ​ເນີນ​​ເປັນ​​ເວລາ​ສາມ​ມື້.ຜູ້​ຕາງໜ້າ​ລັດຖະບານ​ທີ່​ມາ​ຈາກ15​ປະ​ເທດ​ອາ ຊີ​ຕາ​ເວັນ​ອອກ ຄື ຈີນ ລາວ ​ໄທ ກຳ​ປູ​ເຈຍ ມຽນ​ມາ ຫວຽດ​ນາມ ຟິ​ລິບ​ປິນ ມາ​ເລ​ເຊຍ ສິງ​ກະ​ໂປ ອິນ​ໂດ​ເນ​ເຊຍ ບຼູ​ໄນ ຕີ​ໂມ​ເລັສ​ເຕ ຍີ່ປຸ່ນ ສ.​ເກົາ​ຫຼີ​ແລະ​ສປປ​ເກົາ​ຫຼີ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ແລະ​ຜູ້​ຊ່ຽວ​ຊານ​ທີ່​ມາ​ຈາກ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ລວມ​ປະ​ມານ​800​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.