ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 17:19:38    
ອົງ​ການ​ການ​ຄ້າ​ໂລກ​ເວົ້າ​ວ່າ,​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂດ​ໃນ​ຈີນ,​​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ມີ​ອະ​ນາ​ຄົດ​ອັນ​ແຈ້ງ​ສະ​ຫວ່າງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ13​ທັນວາ​ນີ້,ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​​ແລະ​ນະ​ໂຍບາຍ​ການ​ຄ້າຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນທີ່​ປະກາດ​ໂດຍ​ອົງການ​ການ​ຄ້າ​ໂລກ​ຊີ້​ອອກ​ວ່າ,​ໃຕ້​ການ​ສະໜັບ​ສະ​ໜູນ​ຂອງ​ເຂດ​ໃນ​ຈີນ,​ເສດຖະກິດ​ຂອງ​ຮົງ​ກົງ​ມີອະ ນາ​ຄົດ​ອັນ​ແຈ້ງ​ສະຫວ່າງ.

ບົດ​ລາຍ​ງານ​ຊີ້​ອອກ​ວ່າ,​ແຕ່​ປີ2002​ຮອດ​ປີ2005,ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໄດ້​ຈາກ​ບໍ່​ຮອດ​2%​ຖີບ​ສູງ​ຄືນ​ຂຶ້ນ​​ໄວ​ກວ່າ​7%.​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ແມ່ນ​ຍ້ອນ​ການ​ໄຂ​ປະ​ຕູ​ຂອງ​ຮົງ​ກົງ​ໃນ​ຂົງ​ເຂດການ​ຄ້າ​ແລະ​ທຶນ​ຕ່າງ​ປະ​ເທດ,​ກໍ​ຍ້ອນ​ສະ​ພາບ​ແວດ​ລ້ອມ​ທາງ​ນອກ​ອັນ​ດີ​ງາມ ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ສະ​ຫຼາດ​ສະ​ຫຼຽວ ການ​ປະ​ຕິ​ຮູບ​ອົງ​ປະ​ກອບ​ເສດ​ຖະ​ກິດ​ພ້ອມ​ດ້ວຍ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ​ເສດ​ຖະ​ກິດ​ເຂດ​ໃນ​ຈີນ.

ບົດ​ລາຍ​ງານ​ເຫັນ​ວ່າ,ອີງ​ຕາມ​ຫຼັກການ​ປະ​ເທດ​ດຽວ​ມີ​ສອງ​ລະ​ບອບ,​ກົດ​ໝາຍ​ພື້ນ​ຖານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ເຮັດ​ໃຫ້​ການ​ພົວ​ພັນ​ການ​ຄ້າ​​ລະ​ຫວ່າງ​ຮົງ​ກົງ​ກັບ​ຕ່າງ​ປະ​ເທດ​ຢູ່​ໃຕ້​ການ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​.​ໃຕ້​ຂອບ​ກົດ​ໝາຍ​ພື້ນ​ຖານ,​ຮົງ​ກົງ​​ໄດ້​ຮັກ​ສາ​ຖາ​ນະ​ທ່າ​ເສ​ລີ​,​ເກືອບ​ບໍ່​ມີ​ກຳ​ແພງ​ການ​ຄ້າ​ຫຍັງ​.