ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-14 17:36:54    
ກອງ​ປະ​ຊຸມ​ຊຸກ​ຍູ້​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ປີ​2006​ໄຂ​ຂຶ້ນ​ຢູ່​ມາ​ກາວ

cri Author: shuo
ຕາມ​ຂ່າວCRI:ຕອນ​ເຊົ້າວັນ​ທີ14​ທັນວາ,ຢູ່​ມາ​ກາວ,ກອງ​ປະຊຸມ​ຊຸກຍູ້​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ​ຂອງ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ປີ​2006​​ໄດ້​ໄຂ​ຂຶ້ນ,​ຜູ້​ແທນ​1​ພັນ​ກວ່າ​ຄົນ​ທີ່​ມາ​ຈາກ​48​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໃນ​ໂລກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ,​ເຊິ່ງ​ລວມ​ທັງ​ຜູ້​ແທນ​400​ຄົນ​ທີ່​ມາ​ຈາກ​ເຂດ​ໄຕ້​ຫວັນ.ຜູ້​ແທນ​ທີ່​ຮ່ວມ​ປະ​ຊຸມ​ຈະ​ລົງ​ເລິກ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ຄື​ການ​ຄັດ​ຄ້ານ​ແລະ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ອອກ​ເປັນ​ເອ​ກະ​ລາດ ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ຊາວ​ຈີນ​ຕ່າງ​ດ້າວ ​ແຜ່ນ ດິນ​ໃຫຍ່​ປະ​ເທດ​ຊາດ​ແລະ​ພີ່​ນ້ອງ​ຮົງ​ກົງ ມາ​ກາວ​ ​ໄຕ້​ຫວັນ.

ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ ປະ​ທານ​ສະ​ມາ​ຄົມ​ຊຸກ​ຍູ້​ການ​ໂຮມ​ຈີນ​​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນຕິ​ໄດ້​ສົ່ງ​ຈົດ​ໝາຍ​ອວຍ​ພອນ​ມາ​ຍັງ​ກອງ​ປະ​ຊຸມ.

ໃນຈົດໝາຍ,ທ່ານ​ເຈຍ​ຊີ້​ງລີ​ນ​ໄດ້​ສະ​ແດງ​ຄວາມ​ໂຄລົບ​ນັບຖື​ແລະ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ພີ່​ນ້ອງ​ຮົງ​ກົງ​ ມາ​ກາວ ​ໄຕ້​ຫວັນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ໝົດ​ທຸກ​ຄົນ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ.

ນາງ​ລິວ​ຢັນ​ຕົ່ງ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ,​ນາງ​ຫວັງ​ໃຫ້​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ສາ​ມັກ​ຄີ​ທຸກ​ກຳ​ລັງ​ທີ່​ສາ​ມາດ​ສາ​ມັກ​ຄີ​ໄດ້,​ພ້ອມ​ກັນ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ແລະ​ຟື້ນ​ຟູ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ.