|
 |
(GMT+08:00)
2006-12-14 18:44:08
|
 |
ງານມະຫະກຳອຸດສາຫະກຳປະດິດສ້າງວັດທະນະທຳສາກົນປັກກິ່ງຈີນຄັ້ງປະຖົມມະເລີກອັດລົງ
cri
Author: shuo
ຕາມຂ່າວCRI:ວັນທີ14ທັນວານີ້,ຢູ່ປັກກິ່ງ,ງານມະຫະກຳອຸດສາຫະກຳປະດິດສ້າງວັດທະນະທຳສາກົນປັກກິ່ງຈີນຄັ້ງປະຖົມມະເລີດໄດ້ອັດລົງ.ໃນໄລຍະງານມະຫະກຳຄັ້ງນີ້,ລວມທັງໝົດໄດ້ເຊັນສັນຍາຮ່ວມມື184ສະບັບ,ຍອດມູນຄ່າບັນລຸ3ຕື້700ລ້ານໂດລາ.
ງານມະຫະກຳຄັ້ງນີ້ໄດ້ຈັດກອງປະຊຸມໂຄສະນາ18ຄັ້ງທີ່ຖືການ ສະແດງສິລະປະມານບໍ ລິການເກມກາຕູນແລະໂຄງການພັດທະນາຊອຟແວດເປັນເນື້ອໃນ,ໄດ້ມີ3ພັນກວ່າຄົນຈາກພາຍໃນປະເທດແລະຕ່າງປະເທດມາເຂົ້າຮ່ວມການເຈລະຈາ.
ໃນພິທີອັດ,ທ່ານຊຸ່ນອ່ານມີນ ຮອງເຈົ້າຄອງນະຄອນຫຼວງປັກກິ່ງກ່າວວ່າ,ງານມະຫະກຳທີ່ຈັດເປັນເວລາຫ້າມື້ໄດ້ສະແດງໃຫ້ເຫັນຊັບພະຍາກອນອັນອຸດົມສົມບູນ ສະພາບແວດລ້ອມການພັດທະນາແລະກຳລັງບົ່ມຊ້ອນດ້ານຕະຫຼາດຂອງອຸດສາຫະກຳປະດິດສ້າງວັດທະນະທຳຂອງຈີນ.ທ່ານກ່າວວ່າ,ໃນພາຍໜ້າ,ຍັງຈະຈັດງານມະຫະກຳ,ສະໜອງໂອກາດພັດທະນາອັນກວ້າງຂວາງໃຫ້ຜະລິດຕະພັນປະດິດສ້າງວັດທະນະທຳຂອງຈີນຫັນເປັນຕະຫຼາດ ອຸດສາຫະກຳແລະສາກົນ.
|
|
|