ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 14:13:14    
ຈີນ​ຕັ້ງໜ້າ​ດຳ​ເນີນ​ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ໃນຂະ​ແໜງ​ແພດສາດ​ພື້ນ​ເມືອງ

cri

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ ຫຼາຍໆປະ​ເທດ​ຂອງ​ໂລກ,ລ້ວນ​ແຕ່​ມີ​ແພດ​ສາດ​ພື້ນ​ເມືອງ​ຂອງ​ຕົນ​ເອງ,ຕົວຢ່າງ​ຄື​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຂອງ​ຈີນ,​ການ​ຝຶກໂຍຄະ​ຂອງ​ອິນ​ເດຍ​ແລະ​ແພດສາດ​ພື້ນ​ເມືອງ​ຂອງ​ເອີ​ລົບ​​ເປັນຕົ້ນ. ​ແພດສາດ​ພື້ນ​ເມືອງ​ເຫຼົ່ານີ້​ແມ່ນ​ທິດ​ສະ​ດີ​ວິທະຍາສາດ​ແລະ​ວິທີກວດ​ແລະ​ປິ່ນປົວ​ພະຍາດທີ່​ມີ​ເອກະລັກ​ແລະ​ເປັນ​ລະບົບ​ທີ່​ຈໍ່​ຕົວ​ຂຶ້ນ​ໃນ​ການ​ອອກ​ແຮງ​ງານ​​ຍາວ​ນານ​ແລະ​ການ​ຕໍ່​ສູ້​ກັບ​ພະຍາດ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ,​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເພື່ອ​​ປ້ອງ​ກັນ​,ປິ່ນປົວ​ພະຍາດ​ແລະ​ພັດທະນາ​​ແພດສາດຂອງ​ມະນຸດ​ເຮົາ. ​ແຕ່​ຍ້ອນ​ມູນ​ເຫດ​ຕ່າງໆ,​ແພດສາດ​ພື້ນ​ເມືອງ​ເຫຼົ່ານີ້​ມີ​ບາງ​ອັນ​ບໍ່​​ໄດ້​ສືບ​ທອດ​ກັນ​ມາ​ຫຼື​ມຸດ​ມ້ວຍ​ໄປ​ແລ້ວ.

ຄຽງ​ຄູ່​ກັບ​ວິທະຍາສາດ​ເຕັກ​ນິກ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ພ້ອມທັງ​ມະນຸດ​ເຮົາ​ມີ​ຄວາມ​ຮັບ​ຮູ້​ໃໝ່​ຕໍ່​ພະຍາດ​ໂລຄາ,ທັດສະນະ​ຄະຕິ​ກ່ຽວ​ກັບ​ສຸຂະພາບ​ແລະ​ວິທີ​ປິ່ນປົວ​ພະຍາດ​ເປັນຕົ້ນ,ຄົນ​ທັງຫຼາຍ​ໄດ້​ຄ່ອຍໆ​ຮູ້​​ຈັກ​ຈຸດ​ພິ​ເສດ​ບາງ​ຢ່າງຂອງ​ແພດສາດ​ພື້ນ​ເມືອງ, ​ບາງ​ບັນຫາ​ທີ່​ແພດສາດ​ຍຸກ​ປັດຈຸບັນ​ແກ້​ໄຂ​ບໍ່​ໄດ້​ນັ້ນ​ສາມາດ​​ແກ້​ໄດ້​ໃນ​ແພດສາດ​ພື້ນ​ເມືອງ,ສະນັ້ນ,ປະ​ເທດ​ຕ່າງໆ​ໃນ​ໂລກ​ຈຶ່ງ​ພາກັນ​ເພີ່ມ​ທະວີ​ການຄົ້ນຄວ້າ​ແລະ​ນຳ​ໃຊ້​ແພດສາດ​ພື້ນ​ເມືອງ. ​ໃນ​ລາຍການ​ສວນ​ວິທະຍາສາດ​ແລະ​ການ​ສຶກສາ​ພາກ​ນີ້,ພວກ​ເຮົາ​ຈະ​ແນະນຳ​ສະພາບ​​ຈີນ​ແລ​ກປ່ຽນ​ກັບ​ຕ່າງປະ​ເທດ​ໃນຂະ​ແໜງ​ແພດສາດ​ພື້ນ​ເມືອງ. (ດົນຕີ​ຂັ້ນ)

ຢູ່​ຈີນ,​​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໂດຍ​ຕະຫຼອດ,ສະນັ້ນ ​ຈຶ່ງ​ໄດ້ມີ​ການ​ພັດທະນາ​ດີ​ສົມຄວນ,​ແລະ​ໄດ້​ກາຍ​ເປັນ​ພາກສ່ວນ​ປະກອບ​ທີ່​ສຳຄັນ​ທີ່​ສຸດ​ໃນ​ແພດສາດ​ພື້ນ​ເມືອງ​ຂອງ​ໂລກ​ພາຍ​ໃຕ້​ການ​ກະຕຸກ​ຊຸກຍູ້​ຂອງ​ຈີນ. ທ່ານ​ເສີນ​ຈື້ຊຽງ ຫົວໜ້າ​ກົມ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ກົມ​ຄຸ້ມ​ຄອງ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ແຫ່ງ​ຊາດ​ຈີນ​ບອກ​ໃຫ້​ຮູ້​ວ່າ: (ອັດ​ສຽງ 1)
"​​ຫຼາຍ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ມີ​ແພດສາດ​ພື້ນ​ເມືອງ​ທີ່​ຕ່າງ​ກັນ,ບໍ່​ວ່າ​ເວົ້າ​ໃນ​ດ້ານທິດ​ສະ​ດີຫຼືດ້ານພຶດຕິ​ກຳ​ລ້ວນ​ແຕ່​​ເຫັນ​​ໄດ້ວ່າ,​ແພດສາດ​ພື້ນ​ເມືອງ​ຈີນ​ແມ່ນ​ອ່າວ​ເປັນ​ລະບົບ,ຍ້ອນ​ວ່າ​ມັນ​ມີ​ລະບົບ​ຂອງ​ຕົນ,ສະນັ້ນ ຈຶ່ງ​ໄດ້​ເຜີຍ​ແຜ່​ກວ້າງ​ສົມຄວນ​ຢູ່​ຕ່າງປະ​ເທດ."

​ໃນ​ເວລາ​ຈີນ​ດຳ​ເນີນ​ການ​​ແລກປ່ຽນ​ກັບ​ຕ່າງປະ​ເທດ​​​ແພດສາດ​ພື້ນເມືອງ, ກ່ອນ​ອື່ນ​​ແມ່ນ​​ໄດ້​ແນະນຳແພ​ດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໃຫ້​ຕ່າງປະ​ເທດ​ຮູ້. ​ເລີ່​ມ​ແຕ່​ຊຸມ​ປີ 1970 ​ເປັນຕົ້ນມາ,ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ຈີນ,​ແພດສາດ​ແລະ​ຢາ​ພື້ນ​ເມືອງ​​ຈີນ​ຈຶ່ງໄດ້​ກ້າວ​ໄປ​ສູ່​ໂລກ​ຢ່າງ​ວ່ອງໄວ. ຕາມ​ສະຖິຕິທີ່​ຍັງ​ບໍ່​ຄົບ​ຖ້ວນ,ປັດຈຸບັນ,​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໄດ້​ເຜີຍ​ແຜ່​ໄປ​ຮອດ 130 ກວ່າ​ປະ​ເທດ​ແລ້ວ,​ໂຮງໝໍ​ແພດ​ສາດ​ຈີນ​ຢູ່​ຕ່າງປະ​ເທດ​ມີຢູ່​ປະມານ 5 ໝື່ນ​ກວ່າ​ແຫ່ງ,ມີນາ​ຍໝໍຫຼາຍກວ່າ 1 ​ແສນ 2 ໝື່ນ​ຄົນ.

ນອກ​ນີ້,ການ​ແລກປ່ຽນ​ລະຫວ່າງຈີນ​ກັບ​ຕ່າງປະ​ເທດ​ໃນ​ດ້ານການ​ອົບຮົມ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ແລະ​ຄົ້ນຄວ້າແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນກໍ​​ໄດ້​ຈັດ​ຂຶ້ນເລື້ອຍໆ. ​ໃນຫຼາຍປີ​ມາ​ນີ້,ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ມາ​ຮັບ​ການ​ສຶກສາ​ແລະ​ອົບຮົມ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ຢູ່​ຈີນ​ນັ້ນ​​ຫຼາຍກວ່າ​ຜູ້​ຮຽນ​ວິຊາ​ວິທະຍາສາດ​ທຳ​ມະ​ຊາດ​ອື່ນ​ໆໂດຍ​ຕະຫຼອດ. ​ໃນ​ຫຼາຍປີ​ມາ​ນີ້,ມະຫາວິທະຍາ​ໄລ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​​ຈຳນວນ​ໜຶ່ງ​ຂອງ​ຈີນ​ໄດ້​ຮ່ວມ​ມື​ກັບ​ມະຫາວິທະຍາ​ໄລ​ຂອງຫຼາຍປະ​ເທດ​ແລະ​ເຂດ​ແຄວ້ນ,ສ້າງ​ຕັ້ງສະ​ຖາ​ບັນ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນຫຼືຕັ້ງຂະ​ແໜງວິຊາ​ແພດສາດ​ຈີນ​ຢູ່​ມະຫາວິທະຍາ​ໄລ,ພ້ອມ​ກັນ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ. ການ​ຮ່ວມ​ມື​ລະຫວ່າງ​ໂຮງຮຽນ​ຊັ້ນສູງ​ກັບ​​ໂຮງໝໍ,ອົງການ​ຄົ້ນຄວ້າ​ແລະ​ໂຮງງານ​ຜະລິດຂອງ​ຈີນ​ແລະ​ຕ່າງປະ​ເທດ​ກໍ​ໄດ້​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ລະດັບ​ກໍ​ໄດ້​ເພີ່ມ​ຂຶ້ນຢ່າງ​ເດັ່ນ​ຊັດ. ຕົວຢ່າງ​ຄື​ຈີນ​ກັບ​ຕານ​ຊາ​ນີຮ່ວມ​ມື​ຄົ້ນຄວ້າ​ປິ່ນປົວ​ພະຍາດ​ເອດ​ດ້ວຍ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ,ຈີນ​ກັບ​ອົສຕຼາລີ​ຮ່ວມ​ມື​ຄົ້ນຄວ້າ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ເລືອດ​ດ້ວຍ​ຢາ​ພື້ນ​ເມືອງ​ຈີນ​ແລະ​ອື່ນໆ.

ນອກຈາກ​ໂຄສະນາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໃຫ້​ຕ່າງປະ​ເທດ​ຊາບ​ແລ້ວ,ຈີນ​ຍັງ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ໃນ​ດ້ານ​ການ​ສ້າງ​ກົດໝາຍ,ຄຸ້ມ​ຄອງ​ໃນ​ດ້ານ​ແພດສາດ​ພື້ນ​ເມືອງ​ພ້ອ​ມດ້ວຍ​ການຈັດ​ເອົາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກແຫ່ງ​ຊາດ.

ອົງການ​ອະນາ​​ໄມ​ໂລກ​ເຫັນ​ວ່າ,​ແພດສາດ​ພື້ນ​ເມືອງ​ແລະ​ຊັບ​ສິນ​ຮ່ວມ​ດ້ານ​ອາລະຍະ​ທຳ​ຂອງ​ມະນຸດ,​ແມ່​ນຊັບພະຍາກອນ​ສາທາລະນະ​ສຸກ​ທີ່​ສຳຄັນ​ທີ່​ສຸດ,ດັ່ງນັ້ນ,ອົງການ​ອະນາ​ໄມ​ໂລກ​ໄດ້​ຕັ້ງໜ້າ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ແພດສາດ​ພື້ນ​ເມືອງ,ນາງ​ມາ​ເລ​ໂບນາ ມັດ​ໂຊ​ໂຊ  ຫົວໜ້າ​ກົມ​ຮ່ວມ​ມື​ເຕັກນິກ​ຢຸກຢາ​ພື້ນຖານ​ແລະ​ແພດສາດ​ພື້ນ​ເມືອງ​ຂອງ​ອົງການ​ອະນາ​ໄມ​ໂລກ​ເວົ້າວ່າLສຽງ 2)

​"​ໃນ​ຍຸດ​ທະ​ສາດ​ພັດທະນາ​ແພດສາດ​ພື້ນ​ເມືອງ​ທົ່ວ​ໂລກ​ທີ່​ອົງການ​ອະນາ​ໄມ​ໂລກ​ວາງ​ອອກ​ມາ​ໃນ​ປີ 2003,​ໄດ້​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຂອງ​ອົງການ​ອະນ​າ​ໄມ​ໂລກ​ຈັດ​ວາງ​ນະ​ໂຍບາຍ​ແຫ່ງ​ຊາດ​ເພື່ອ​ພັດທະນາ​ແພ​ດສາດ​ແລະ​ຢາ​ພື້ນ​ເມືອງ,​ແລະ​ຢາກ​ໃຫ້​ບັນດາ​ປະ​ເທດ​ຈັດ​ເອົາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກ​ແຫ່ງ​ຊາດ​​ໂດຍ​ອີງ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ປະ​ເທດຕົນ."

ຈີນ​ມີ​ກົດໝາຍ​ກົດ​ລະບຽບ​ແລະ​ວິທີ​ຄຸ້ມ​ຄອງ​ທີ່​ອ່າວ​ລະອຽດ​ແລະ​ຮອບດ້ານ​​ໃນ​ດ້ານ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ,ຈີນ​ຍັງ​ແມ່ນ​ປະ​ເທດ​ສ່ວນ​ໜ້ອຍ​ໃນ​ໂລກ​ທີ່​ຈັດ​ເອົາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກ​ແຫ່ງ​ຊາດ. ສະນັ້ນ,ວິທີ​ຂອງ​ຈີນ​ໃນ​ດ້ານ​ນີ້​ໄດ້​ຮັບ​ຄວາມ​ຢືນຢັນ​ແລະ​ຄວາມ​ຍ້ອງ​ຍໍ​ຈາກ​ອົງການ​ອະນາ​ໄມ​ໂລກ,​ແລະ​ໄດ້​ໂຄສະນາ​ຕໍ່​ປະ​ເທດ​ອື່ນ​.

ຫຼາຍປະ​ເທດ​ໄດ້​ຈັດຕັ້ງຄະນະ​ມາຈີນ​ເພື່ອທັດສະນະ​ສຶກສາສະພາບ​ທີ່​ຈີນ​ສ້າງ​ກົດໝາຍ,ຄຸ້ມ​ຄອງ​ແລະ​ຈັດ​ເອົາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກ​ແຫ່ງ​ຊາດ​,ຈີນ​ຍັງ​ໄດ້​ເຊັນ​ສັນຍາ​ກັບ​ອົງການ​ອະນາ​ໄມ​ໂລກ,​ໂດຍ​​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ຊ່ວຍ​ອົງການ​ອະນາ​ໄມ​ໂລກ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ໃນ​ທົ່ວ​ໂລກ​ດ້ວຍ​ຮູບ​ການ​ແລກປ່ຽນ​ຫຼາຍຢ່າງ​ເຊັ່ນ​ຂໍ້​ມູນ​ຂ່າວສານ​ແລະ​ເຕັກ​ນິກ​ເປັນຕົ້ນ. ທ່ານຫຼີຕ້າ​ນິງ ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ແຫ່ງ​ຊາດ​ຈີນ​ເວົ້າວ່າ: (ອັດ​ສຽງ 3)

"ຈີນ​ແມ່ນປະ​ເທດ​ສະມາຊິກ​ຂອງ​ອົງການ​ອະນາ​ໄມ​ໂລກ,ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອົງການ​ອະນາ​ໄມ​ໂລກ,ມີ​ພັນທະກໍ​ມີ​ຄວາມ​ສາມາດຕັ້ງໜ້າ​ຊຸກ​ຍູ້​ການ​ພັດທະນາ​ແລະ​ການ​ນຳ​ໃຊ້​ແພດສາດ​ແລະ​ຢາ​ພື້ນ​ເມືອງ,​ແບ່ງປັນ​ບົດຮຽນ​ຂອງ​ຕົນ​ໃຫ້​ປະ​ເທດ​ຕ່າງໆ,​ໂດຍ​ສະ​ເພາະ​ແມ່ນ​ສະ​ເໜີວິທີ​ລະອຽດ​ທີ່​ອີງ​ຕາມ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ,ຈັດ​ເອົາ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ເຂົ້າ​ໃນ​ລະບົບ​ສາທາລະນະ​ສຸກ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ,​ເພື່ອ​ປະກອບສ່ວນ​ຂອງ​ຕົນ."

​ໃນ​ຂະນະ​ທີ່​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ກ້າວ​ໄປ​ສູ່​ໂລກ,​ແພ​ດສາດ​ພື້ນ​ເມືອງ​ຂອງ​ປະ​ເທດ​ອື່ນໆ​ເຊັ່ນ​ໂຍຄະ​ກໍ​ໄດ້​ເຜີຍ​ແຜ່​ມາ​ຮອດ​ຈີນ. ທ່ານ​ເສີນ​ຈື້ຊຽງ ຫົວໜ້າ​ກົມ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ກົມ​ຄຸ້ມ​ຄອງ​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,​ໃນ​ຂະ​ນະ​ທີ່​ເຜີຍ​ແຜ່​ແພດສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ສູ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ນັ້ນ ຈີນ​ກໍ​ຄວນ​ຮັບ​ເອົາ​ຊັບພະຍາກອນ​ແພດສາດ​ພື້ນ​ເມືອງ​ຂອງ​ປະ​ເທດ​ອື່ນໆ,​ເພື່ອ​ຮັບ​ໃຊ້​ສຸຂະພາບ​ຂອງປະຊາຊົນ​ຈີນ.ທ່ານ​ເວົ້າວ່າ: (ອັດ​ສຽງ 4)
"ຍົກ​ຕົວຢ່າງ​ຄື​ຢາ Dragon's Blood ​ມີ​ຜົນ​ແກ້​ພະຍາດ​ເລືອດ,​ໃຊ້​ໄດ້ຫຼາຍ​ໃນ​ການ​ປິ່ນປົວ​ພະຍາດຫົວ​ໃຈ​ແລະ​ຮ່າງກາຍ​ບາດ​ເຈັບ, ​ແຕ່​ຢາ​ນີ້​ມາ​ແຕ່​ໃສ? ມາ​ແຕ່​ປ່າ​ໄມ້​ຝົນ​ເຂດ​ແຖບ​ຮ້ອນ​ຂອງ​ອິນ​ໂດ​ເນ​ເຊຍ. ຍັງ​ມີ​ຢາ​ທີ່​ເປັນ​ເຄື່ອງ​ຫອມ​ບາງ​ຊະນິດ,​ແມ່ນ​ພວກ​ເຮົາ​ນຳ​ເຂົ້າຈາກ​ອະຟິຼກາຫຼື​ໂລກ​ອາ​ລັບ​ພາຍຫຼັງລາຊະວົງ​ຖາງ​ແລ້ວ,​ແລະ​ໄດ້​ກາຍ​ເປັນ​ຢາ​ພື້ນ​ເມືອງ​ຈີນ​ແລ້ວ. ທີ່​ຈິງ​ແລ້ວ,​ໃນ​ສະ​ໄໝ​ບູຮານ,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ​ເຮັດ​ໄດ້​ດີຫຼາຍ,ສະນັ້ນ,ຂ້າພະ​ເຈົ້າຮູ້ສຶກ​ວ່າ,ດຽວ​ນີ້ ​ເສດຖະກິດ​ຂອງ​ປະ​ເທດ​ພວກ​ເຮົາ​ພັດທະນາ​ແລ້ວ,ວິທະຍາສາດ​ກ້າວໜ້າ​ແລ້ວ,ຍິ່ງ​ມີ​ຄວາມ​ສາມາດ​ແລະ​ກຳລັງ​ດຶງ​  ດູ​​ດ​ເອົາ​ບົດຮຽນ​ແລະ​ຢຸກຢາ​ຂອງ​ປະ​ເທດ​ອື່ນໆ,ມັນ​ມີ​ຜົນ​ດີ​ຕໍ່​ພວກ​ເຮົາ."

​ເອົາລະ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ລາຍການ​ສວນ​ວິທະຍາສາດ​ແລະ​ການ​ສຶກສາ​ພາກ​ນີ້ ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ສະບາຍດີ.