ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-15 21:31:10    
ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທຳ​ອິດ​ອັດ​ລົງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ15​ທັນ​ວາ,ຢູ່​ປັກ​ກິ່ງ,ການ​ເຈລະຈາ​ເສດຖະກິດ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມລິ​ກາ​ຄັ້ງ​ທຳ​ອິດ​ໄດ້​ອັດ​ລົງ.​ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​​ແກ້​ໄຂ​ຄວາມ​​ເຫັນ​ແຕກ​ຕ່າງ​ກັນ​ດ້ວຍ​ທ່າ​ທີ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ.​​ແລະ​ຕົກ​ລົງ​ວ່າ,​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ​ສອງ​ຈະ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​2007.

ການ​ເຈລະຈາ​ຄັ້ງນີ້​ຖື​ເສັ້ນທາງ​ການ​ພັດທະນາ​ຂອງ​ຈີນ​ແລະ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ເປັນ​ຫົວ​ຂໍ້​ຫຼັກ,​ຈີນ​ອາ​ເມ​ລິ​ກາ​ໄດ້​ຫາ​ລື​ບັນ​ຫາ​ຕ່າງໆ​ທີ່​ກ່ຽວ​ພັນ​ເຖິງ​ລັກ ສະ​ນະ​ຍາວ​ນານ​ແລະ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທັງ​ສອງ​ປະ​ເທດ​ຈີນ​​ອາ​ເມ​ລິ​ກາ ຄື​ການ​ຄ້າ ການ​ລົງ​ທຶນ ພະ​ລັງ​ງານ​ແລະ​ການ​ພັດທະ​ນາ​ແບບ​ຍືນ​ຍົງ​ເປັນ​ຕົ້ນ.

ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນ​ແລະທ່ານ​ເຮັນ​ລີ ປອນ​ເຊິ​ນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ເປັນ​ປະ​ທານ​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​.

ການ​ເຈລະຈາ​ເສດຖະກິດ​ຍຸດ​ທະ​ສາດ​ລະຫວ່າງຈີນ​ອາ​ເມ​ລິ​ກາ​ຄັ້ງທີ2​ຈະ​ປິ່ນ​ອ້ອມ​ເນື້ອ​ໃນ​ສອງ​ດ້ານ ຄື​ການ​ປະ​ດິດ​ສ້າງ​ກັບ​ການ​ສຶກ​ສາ ການ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ.ວັນ​ທີ15​ທັນ​ວາ​ນີ້,​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​​ໄດ້​ພົບ​ປະ​ທ່ານ​ປອນ​ເຊິ​ນ. ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າ​ວ່າ,​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ຈຳ​ເປັນ​ທໍ່​ນັ້ນ,​ຍັງ​ມີ​ຜົນ​ປະ​ໂຫຍດ,​ການ​ເຈ​ລະ​ຈາ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ໄກ.

​ໃນ​ວັນ​ທີ15​ທັນວາ,ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ຍັງ​ໄດ້​ເຊັນ​ສັນ​ຍາ​ຫຼາຍ​ສະ​ບັບ​ໃນ​ຂົງ​ເຂດ​ຫຼັກ​ຊັບ ການ​​ທະ​ນາ​ຄານ ພະ​ລັງ​ງານ​ແລະ​ການ​ບິນ​ເປັນ​ຕົ້ນ.