ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-29 14:48:59    
ຄົນ​ຈີນ​ນິຍົມ​ດຳ​ເນີນ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ

cri
ທີ່​ນີ້​ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ຢູ່ປະ​ເທດ​ຈີນ,ຄຽງ​ຄູ່​ກັບ​ລະດັບ​ຂອງ​ເຕັກ​ໂນ​ໂລ​ຊີ​ອິນ​ເຕີ​ເນັດ​ໄດ້​ສູງ​ຂຶ້ນ​ແລະ​​ອິນ​ເຕີ​ເນັດ​ໄດ້​​ເຜີ​ຍ​ແຜ່​ກວ້າງ​ອອກຕື່ມ​ອີກ,ການ​ຄ້າ​ເອ​ເລັດ​ໂຕຼນິກ​ໄດ້​ຄ່ອຍໆ​ກາຍ​ເປັນ​​ວິທີ​ຕົ້ນຕໍ​ຂອງ​​ການ​ຄ້າຂາຍຂອງບາງ​ຄົນ​ທີ່​ມີ​ສະໜອງ​ດ້ານການ​ຄ້າ​ໄດ້​​ເຮັດ​ທຸລະ​ກິດ​​ໂດຍ​ຜ່ານ​ອິນ​ເຕີ​ເນັດ,​ໃນ​ນັ້ນ,ມີ​ບາງ​ຄົນ​ໄດ້​ຕັ້ງຮ້ານ​ຄ້າ​ຂອງ​ຕົນ​ຢູ່​ໃນອິນ​ເຕີ​ເນັດ,​ໄດ້​ຮັບ​ກຳ​ໄລ​ຈາກ​ການ​ຄ້າຂາຍ​ທາງ​ອິນ​ເຕີ​ເນັດ.ຍັງ​ມີ​ບາງ​ຄົນ​ຜ່ານ​ຈາກ​ອິນ​ເຕີ​ເນັດ​ເພື່ອ​ມອບສົ່ງ​ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ,ຫາ​ລາຍ​ໄດ້​ດ້ວຍ​ການ​ອອກ​ແຮງ​ງານ​ທາງ​ດ້ານ​ມັນສະໝອງ.​ໃນ​ລາຍການ​ສວນວິທະຍາສາດ​ແລະ​ການ​ສຶກສາ​ມື້​ນີ້,ພວກ​ເຮົາ​ຈະ​ສະ​ເໜີ​ສະພາບ​ກ່ຽວ​ກັບ​ຄົນ​ຈີນ​ນິຍົມ​ຄ້າຂາຍທາງ​ອິນ​ເຕີ​ເນັດ​ສູ່​ທ່ານ​ຟັງ.

ບົດ​ລາຍ​ງານ​ສະຖິຕິ​ທີ່​ສູນ​ຂໍ້​ມູນ​ຂ່າ​ວສານ​ອິນ​ເຕີ​ເນັດ​ຈີນ​ປະກາດ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ,ຈຳນວນ​ຄົນ​ຈີນ​ທີ່​ໃຊ້​ອິນ​ເຕີ​ເນັດມີ​ເຖິງ 100 ລ້ານກວ່າ​ຄົນ​ແລ້ວ,ຈຳນວນ​ຄອມພີ​ວ​ເຕີ​ທີ່​​ເຂົ້າ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ກໍ່​ລື່ນ​ກາຍ 50 ລ້ານ​​ເຄື່ອງ.ກໍ່​ແມ່ນ​ຍ້ອນ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ຢ່າງ​ກວ້າງຂວາງ,​ເຮັດ​ໃຫ້​ການ​ເຮັດ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ​ກາຍ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ໄດ້.ນາງ​ຫລີ​ວຢິງຢິງທີ່​ພວມ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ກໍ່​ໄດ້​ຕັ້ງຮ້ານ​ຂາຍ​ເຄື່ອງ​ນຸ່ງ​ຢູ່​​ໃນອິນ​ເຕີ​ເນັດ,ນາງ​ເວົ້າວ່າ, "ນັກ​ສຶກສາ​ຍິງ​ມັກ​ຊື້​ເຄື່ອງນຸ່ງ,​ແຕ່​ກ່ອນ ຂ້ອຍ​ມັກ​​ໄປ​ຊື້​ເຄື່ອງນຸ່ງ​ຢູ່​ຕະຫລາດ​ຂາຍສົ່ງ,ພາຍຫລັງ​ມາ​ຂ້ອຍ​ປະກົດ​ເຫັນ​ວ່າ,ນັກ​ສຶກສາ​ແມ່ນ​ຜູ້​ບໍລິ​ໂພ​ກອັນ​ກວ້າງ​ໃຫຍ່,​​ຕົນ​ເອງ​ດຳ​ເນີນ​ທຸລະ​ກິດ​ຄ້າຂາຍ​ທາງ​ອິນ​ເຕີ​ເນັດ​ຈະ​ດີກ​ວ່າ.​ເວລາ​ຂ້ອຍ​ໄປ​ຊື້​ເຄື່ອງນຸ່ງ​ກໍ່​ໄດ້​ຊອກ​ຫາ​ຊ່ອງ​ທາງ​ນຳ​ເຂົ້າ​ຈຳນວນ​ໜຶ່ງ​ໄວ້,​ເວລາ​ຕັ້ງຮ້ານ​ຄ້າ​ທາງ​ອິນ​ເຕີ​ເນັດກໍ່​ພໍດີ​ເອົາ​ມາ​ໃຊ້​ໄດ້."

ຍ້ອນ​ວ່າ​ໃນ​ການ​ຊື້​ຂາຍ​ກັນ​ທາງ​ອິນ​ເຕີ​ເນັດ,ສອງ​ຝ່າຍ​ທີ່​ຄ້າ​ຂາຍ​ກັນ​​ບໍ່​ໄດ້​ເຫັນ​ໜ້າ​ກັນ,ສະນັ້ນ,ຈະ​ຊຳລະ​ເງິນ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ການ​ຄ້າຂາຍ​ແນວ​ໃດ​ຈິ່ງຈະ​​ໄດ້​ຮັບ​ຄວາມ​​ໄວ້​ວາງ​ໃຈ​ທີ່​ສຸດ,ປະຈຸ​ບັນ,ການ​ດຳ​ເນີນທຸລະ​ກິດ​ທາງ​ອິນ​ເຕີ​ເນັດ​ສ່ວນ​ບຸກຄົນ​ຂອງ​ຈີນ​ແມ່ນ​ນັກທຸລະກິດ​​​​ອິນ​ເຕີ​ເນັດ​​ເປັນ​ຝ່າຍ​ທີ່​ສາມ​ໃນ​ການ ຊຳລະ​ເງິນ,ໝາຍ​ຄວາມ​ວ່າ,ຜູ້​ຊື້​ຈ່າຍ​ເງິນ​ໃຫ້​ນັກ​ທຸລະ​ກິດ​ບໍລິການ​ອິນ​ເຕີ​ເນັດ,ຫລັງ​ຈາກ​ຜູ້ດຳ​ເນີນທຸລະ​ກິດ​ຮ້ານ​ຄ້າ​ທາງ​ອິນ​ເຕີ​ເນັດ​ສົ່ງ​ເຄື່ອງ​ໃຫ້​ຜູ້​ຊື້​ແລະ​ຢືນຢັນ​ວ່າໄດ້​ຮັບ​ແລ້ວ,ນັກທຸລະກິດ​​ອິນ​ເຕີ​ເນັດ​ຈິ່ງ​ຈ່າຍ​ເງິນ​ໃຫ້​ເຈົ້າຂອງ​ຮ້ານຄ້າ​ທາງ​ອິນ​ເຕີ​ເນັດ,ການ​ຊື້​ຂາຍ​ກໍ່​ສຳ​ເລັດ​ລົງ.

ການ​ຕັ້ງຮ້ານ​ຄ້າ​ທາງອິນ​ເຕີ​ເນັດ​ບໍ່​ຕ້ອງ​ລົງທຶນ​ຫລາຍ,​ແລະກໍ່​ບໍ່​ຕ້ອງ​ເສຍ​ເວລາ​ຫລາຍ.​ແຕ່​ຍ້ອນ​ການ​ຕັ້ງ​ຮ້ານ​ຄ້າ​​ໃນອິນ​ເຕີ​ເນັດ​ສາມາດ​ເຮັດ​ເປັນ​ອາຊີບ​ສຳຮອງ,ລາຍ​ໄດ້​ກໍ່​ດີ,ສະນັ້ນຈິ່ງ​​ໄດ້​ຮາບ​ຄວາມ​ຊົມ​ເຊີຍ​ຈາກ​ຊາວ​ໜຸ່ມ​ຈີນ​ທີ່​ສຸດ.ການ​ສຳ​ຫລວດ​ສະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ,ຮ້ານ​ຄ້າທາງອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້ດຳ​ເນີນ​ທຸລະ​ກິດຊື້​ຂາຍ​ສິນຄ້າ​ຫລາຍ​ຫລາຍ​ຊະນິດ,ຮ້ານ​ຄ້າກໍ່ມີ​ໃຫຍ່​ມີ​ນ້ອຍ,ຮ້ານ​ຄ້າ​ນ້ອຍ​ອາດ​ຈະ​ພຽງ​ແຕ່​ແມ່ນ​ຕົວ​ແທນ​ຈຳໜ່າຍ​ຍີ່​ຫໍ້​ໜຶ່ງ​ເທົ່າ​ນັ້ນ,ຮ້ານ​ໃຫຍ່​ອາດ​ຈະ​ແມ່ນ​ຈຳໜ່າຍ​ສິນຄ້າ​ນັບ​ເປັນ​ຮ້ອຍ​ເປັນ​ພັນ​ຊະນິດ.ຖ້າ​ລາຍ​ໄດ້​ຈາກ​ການ​ຄ້າຂາຍ​ທາງອິນ​ເຕີ​ເນັດ​ລື່ນ​ກາຍ​ລາຍ​ໄດ້​ຂອງອາຊີບ​ປະຈຸ​ບັນ,ຫລາຍໆ​ຄົນ​ຍັງ​ລາ​ອອກ​ຈາກອາຊີບ​ເກົ່າ​ແລ້ວດຳ​ເນີນ​ທຸລະ​ກິດການ​ຄ້າທາງ​ອິນ​ເຕີ​ເນັດ​ຢ່າງ​ດຽວ.

ປີ1999,ຢູ່​ຈີນ​ໄດ້​ປະກົດ​ມີ​ຮ້ານ​ຄ້າທາງ​ອິນ​ເຕີ​ເນັດ​​ເທື່ອ​ທຳ​ອິດ,ປະຈຸ​ບັນ, ຈຳນວນ​ຮ້ານ​ຄ້າ​ອິນ​ເຕີ​ເນັດ​ຢູ່ຈີນ​ໄດ້​ລື່ນ​ກາຍ 4 ​ແສນ ​ແຫ່ງ,ຜູ້ຕັ້ງຮ້ານ​ຄ້າ​ອິນ​ເຕີ​ເນັດ​ສ່ວນ​ບຸກຄົນ​ມີ​ເກືອບ​ເຄິ່ງໜຶ່ງ​​ໄດ້​ຮັບ​ລາຍ​ໄດ້​ເກີນ 3 ໝື່ນ​ຢວນ​ຕໍ່​ປີ,ມີ​ເຈົ້າຂອງ​ຮ້ານ​ຄ້າ​ອິນ​ເຕີ​ເນັດ 20% ​ໄດ້​ຮັບລາຍ​ໄດ້​ເກີນ​ໝື່ນ​ຢວນຕໍ່​ເດືອນ.ຢູ່​ທົ່ວ​ປະ​ເທດ​ຈີນ,ຈຳ​ນວນ​ຄົນ​ທີ່​ຄ້າຂາ​ຍ ກັນທາງ​ອິນ​ເຕີ​ເນັດ​ໄດ້​ລື່ນ​ກາຍ 15 ລ້ານ​ຄົນ.​ເປັນ​ຫຍັງ​ຕັ້ງຮ້ານ​ຄ້າ​ອິນ​ເຕີ​ເນັດ​ຈິ່ງ​ໄດ້​ກຳ​ໄລ​ດີ​ປານ​ນີ້,​ເຈົ້າຂອງ​ຮ້ານ​ຜູ້​ໜຶ່ງ​ທີ່​ຊື່ວ່າ "ສາວ​ນ້ອຍ"​ໄດ້​ເລົ່າບົດຮຽນ​ການ​ຕັ້ງຮ້ານ​ຂອງ​ຕົນ​ສູ່​ນັກ​ຂ່າວ​ຟັງ​ວ່າ:"​ຕົ້ນຕໍ​ແມ່ນຂ້ອຍ​ຂາຍ​ເຄື່ອງ​ສຳອາງ​ແລະ​ຜະລິດ​ຕະພັນ​ເສີມ​ສວຍ​ບຳລຸງ​ຜີວ​,ຂ້ອຍ​ຄິດ​ວ່າ,ຜົນສຳ​ເລັດ​ຂອງ​ຂ້ອຍ​ນັ້ນ​ແມ່ນ​ຍ້ອນ​ວ່າ,ພາຍຫລັງ​ຕົກລົງ​ຊື້​ຂາຍ​ກັນ​ແລ້ວ,ຂ້ອຍ​ກໍ່​​ຝາກ​ຂອງ​ໃຫ້​ລູກ​ຄ້າ​ຢ່າງ​ວ່ອງໄວ​ທີ່​ສຸດ,​​ເພື່ອໃຫ້​ລູກ​ຄ້າ​ໄດ້​ຮັບຂອງ​ທັນ​ໃຈ.ການ​ຊື້​ຂາຍ​ທາງ​ອິນ​ເຕີ​ເນັດ,​ໃຜໆ​ກໍ່​ຢ້ານ​ວ່າ​ເມື່ອ​ຈ່າຍ​ເງິນ​ແລ້ວ​ບໍ່​ໄດ້​ຮັບ​ສິນຄ້າ,ສະນັ້ນ,ການ​ໄດ້​ຮັບ​ຂອງ​ໄວ​ເທົ່າ​ໃດ,ລູກ​ຄ້າ​ກໍ່​ຍິ່ງ​ໄວ້​ໃຈ​ເຮົາ​ເທົ່າ​ນັ້ນ.ນີ້​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ທີ່​ເຮັດ​ໃຫ້​ລູກ​ຄ້າ​ກາຍ​ເປັນ​ຂາ​ປະຈຳ,​ເຖິງ​ວ່າ​ນີ້ແມ່ນບັນຫາປີກ​ຍ່ອຍ,​ແຕ່​ພັດ​ໄດ້​ຜົນ​ທີ່​ສຸດ."

ປະຈຸ​ບັນ,ຍັງ​ມີ​ຄົນ​ຈຳພວກ​ໜຶ່ງ​ຖືກ​ເອິ້ນ​ເປັນ "ວິດ​ຄີ(​WITKEY)",ກຸ່ມ​ຄົນ​ເຫົ່ຼານີ້​ໄດ້​ທຳລາຍ​​ແບບ​ແຜນ​ເຮັດ​ວຽກ​ເກົ່າ,​ເຂົາ​ເຈົ້າບໍ່​ແມ່ນພະນັກງານ​ບໍລິສັດ​ທີ່​ນັ່ງ​ຢູ່​ໃນ​ຫ້ອງການ​ນັ້ນອີກ,ຫາກ​ເປັນ​ກຸ່ມຄົນSOHOທີ່​ເຮັດ​ວຽກ​ຢູ່​ໃນ​ເຮືອນ.

ຄຳ​ວ່າ "ວິດ​ຄີ"ທຳ​ອິດ​ແມ່ນ​ສະ​ເໜີ​ອອກ​ມາ​ໃນ​ເດືອນ​ກໍລະກົດ​ປີ 2005,​ແມ່ນ​ຮູບ​ແບບ​ທີ່​ປ່ຽນ​ຄວາມ​ສາມາດ ຄວາມ​ຮູ້​ແລະ​ສະຕິ​ປັນຍາ​ຂອງ​ສ່ວນ​ບຸກຄົນ​ເປັນ​ຊັບ​ສົມບັດ​ໂດຍ​ຜ່ານ​ການ​ຕອບ​ຄຳ​ຖາມ​ທາງ​ອິນ​ເຕີ​ເນັດ.ວິທີ​​ຂອງ​ມັນ​ແມ່ນ​​ເອກະ​ຊົນ​ຫລື​ວິ​ສາ​ຫະກິດ​ປະກາດ​ເອກະສານ​ໂຄງການ​ຢ່​ໃນອິນ​ເຕີ​ເນັດ,ສະ​ແດງ​ວ່າ​ຕ້ອງການ​ຜະລິດ​ຕະພັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ແບບ​ໃດ,ພ້ອມ​ທັງ​ປະກາດ​ລາຄາ,ຈາກ​ນັ້ນ, "ວິດ​ຄີ"ທັງຫລາຍທີ່​ຢູ່​ແຫ່ງ​ຕ່າງໆ​ກໍ່​ຈະ​ຜ່ານ​ຈາກ​ການ​ແຂ່ງຂັນ​ປະມູນ​ມາ​ຮັບ​ເອົາ​ໂຄງການ.​ໂຄງການຫົ່ຼານີ້,ອັນ​ນ້ອຍ​ສຸດແມ່ນ​ຕັ້ງຊື່​ໃຫ້​ຜູ້​ອື່ນ,ອັນ​ໃຫຍ່​ແມ່ນ​ເຖິງ​ຂັ້ນ​ອອກ​ແບບ​ຜະລິດ​ຕະພັນ,ມີ​ຄົບ​ໝົດ​ທຸກ​ຢ່າງ.ລາຍ​ໄດ້​ກໍ່​ມີ​ຫລາຍ​ສິບ​ຢວນຮອດ​ເປັນ​ໝື່ນ​ຢວນ​ຈົນ​ຮອດ​ແສນ​ຢວນໂດຍ​ອີງ​ຕາມ​ຄວາມ​ຍາກ​ງ່າ​ຍຂອງ​​ໂຄງການ.

ນາງ​ເສີນ​ອີ​ທີ່ມີ​ເຮືອນ​ຢູ່​ເຂດ​ເຟີ​ງຖາ​ຍນະຄອນຫລວງ​ປັກ​ກິ່ງ​ແມ່ນ "ວິດ​ຄີ"ອາຊີບ​ທາງ​ອິນ​ເຕີ​ເນັດທີ່​ມີຊື່ສຽງ.​ເມື່ອ​ເຄິ່ງປີ​ກ່ອນ,ນາງ​ຍັງ​ແມ່ນ​ແມ່​ເຮືອນ​ຜູ້​ໜຶ່ງ.​ແຕ່​ພາຍ​ໃນ​ເວລາ​ເຄິ່ງປີ,ນາງ​ເສີນ​ອີ​ໄດ້​ແຂ່ງຂັນ​ປະມູນ 10 ກວ່າ​ໂຄງການ​ຢູ່​​ໃນອິນ​ເຕີ​ເນັດ,​ໄດ້​ລາຍ​ໄດ້​ໜຶ່ງ​ໝື່ນ​ກວ່າ​ຢວນ.ນາງ​ເວົ້າວ່າ:"​ຕົ້ນຕໍ​ແມ່ນຂ້ອຍ​ອອກ​ແບບ ​ເຮັດ​ເຄື່ອງໝາຍ​ຂອງ​ວິ​ສາ​ຫະກິດ,ຍັງ​ມີ​ເວັບ​ໄຊ​ແລ​ະກາຕູນ​ອີກ.​ເວລາ​ຂ້ອຍ​ຫາ​ກໍ່​ເຂົ້າ​ເວັບ​​ໄຊ​ວັດ​ຄີ,ລາຍ​ໄດ້​ອາດ​ຈະ​ມີ​ແຕ່​ສອງ​ສາມ​ພັນ​ຢວນ​ເທົ່າ​ນັ້ນ,​ແຕ່​ເມື່ອ​ມີ​ລູກຄ້ານັບ​ມື້​ນັບ​ຫລາຍ,ລາຍ​ໄດ້​ຕໍ່​ເດືອນກໍ່​ນັບ​ມື້​ນັບ​ຫລາຍ​ຂຶ້ນ."

​ເມື່ອ​ໄດ້​ພັດທະນາ​ມາ​ເປັນ​ເວລາ​ໜຶ່ງ​ປີ​ແລ້ວ,ປະຈຸ​ບັນ,ຢູ່​ປະ​ເທດຈີນ​ມີ​ເວັບ​ໄຊ​ວິດ​ຄີ​ປະ​ເພດ​ຕ່າງໆ​ປະມານ 40 ກວ່າ​ແຫ່ງ, ຈຳນວນ​ວິດ​ຄີ​ລື່ນ​ກາຍ 6 ​ແສນ​ຄົນ,​ໃນ​ນັ້ນລວມທັງ​ຊ່າງ​ອອກ​ແບບ ພະນັກງານ​ໂປ​ແກມ ຜູ້​ຂຽນ​ແລະ​ຜູ້​ວາງ​ແຜນ​ ນັກ​ສຶກສາ​ຈົນ​ກະທັ້ງມີຄົນ​ພິການ.

ບໍ່​ວ່າຈະ​ແມ່ນ​​ການ​ຄ້າຂາຍ​ທາງອິນ​ເຕີ​ເນັດ​ຫລືແມ່ນ​ກຸ່ມ​ຄົນ​ວິດ​ຄີ,ຄວາມ​ນິຍົມ​ດຳ​ເນີນ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ​ພວມ​ຄ່ອຍໆ​ນິຍົມກັນ​ຢູ່​ປະ​ເທດ​ຈີນ,ຊາວ​ເນັດ​ທັງຫລາຍ​ທີ່​ດຳ​ເນີນ​ທຸລະ​ກິດ​ທາງ​ອິນ​ເຕີ​ເນັດ​ເຫົ່ຼານີ້​ບໍ່​ພຽງ​ແຕ່ຕົນ​ເອງ​ໄດ້​ມີ​ລາຍ​ໄດ້ເທົ່າ​ນັ້ນ,​ແລະ​ກໍ່​ໄດ້​ສ້າງ​ຊັບ​ສົມບັດ​ໃຫ້​ແກ່​ສັງຄົມ.​ເຊື່ອ​ວ່າ,ຄຽງ​ຄູ່​ກັບ​ການ​ເຜີຍ​ແຜ່​ອິນ​ເຕີ​ເນັດ​​ໄດ້​ຢ່າງ​ບໍ່​ຢຸດ​ຢັ້ງ,​​ແລະ​ເຕັກ​ນິກອິນ​ເຕີ​ເນັດ​ສຸກ​ງອມ​ຂຶ້ນ​​ເລື້ອຍໆ,ມັນ​ຈະ​ສ້າງ​ຜົນ​ສະທ້ອນ​ຍິ່ງ​ຫລາຍກວ່​າ​ເກົ່າ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈີນ.

ເອົາລະ,ທ່ານ​ຜູ້​ຟັງ,ລາຍການ​ວິທະຍາສາດ​ການ​ສຶກສາ​ກັບ​ສາທາລະນະ​ສຸກ​​ກໍ​ຂໍ​ສ້ຽງ​ສຸດ​ລົງ​ເທົ່າ​ນີ້.ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ.ສະບາຍດີ.