ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-28 10:10:45    
ວັດ​ທະ​ນະ​ທຳ​ຈີນ: ການ​ປະ​ພັນ​ວັນ​ນະ​ຄະ​ດີ​ຂອງ​ຈີນ​ນັບ​ມື​ນັບ​ອຸ​ດົມ​ສົມ​ບູນ​ຂຶ້ນ(ສຽງ)

cri

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ວັດ​ທະນະ​ທຳ​ຈີນ.

ທ່ານ​ຜູ້​ຟັງ,ຫຼັງຈາກກ້າວ​ເຂົ້າສູ່​ສະ​ຕະວັດ​ທີ 21 ​ແລ້ວ,ຄຽງ​ຄູ່​ກັບ​ຊີວິດ​ສັງຄົມ​ທີ່ຫັນ​ເປັນຫຼາຍຢ່າງຫຼາຍ​ແນວ,ການ​ແຕ່ງ​ວັນນະຄະດີ​ຂອງ​ຈີນ​ກໍມີ​ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ມີຫຼາຍຢ່າງຫຼາຍ​ແນວ. ນັກ​ປະພັນ​ທັງຫຼາຍທີ່​ເກີດ​ໃນ​ຊຸມ​ປີ 1950—60 ​ໄດ້​ແຕ່ງ​ບົດ​ປະພັນອອກ​ມາ​ໃໝ່​​ເລື້ອຍໆ,ສ່ວນ​ນັກ​ປະພັນໜຸ່ມ​ທັງຫຼາຍທີ່​ເກີດ​ໃນ​ຊຸມ​ປີ 1970—80 ກໍ່​ໄດ້​​ແຕ່ງ​ເລື່ອງ​ທີ່ສ່ອງ​ແສງ​ໃຫ້​ເຫັນ​ສັງຄົມ​ຈີນ​ທີ່​ພວມ​ປະຕິ​ຮູບ​ດ້ວຍສາຍຕາ​​ໃໝ່,ບົດ​ປະພັນ​ຂອງ​ເຂົາ​ເຈົ້າມັກ​ເຂົ້າສູ່​ບັນຊີປຶ້ມທີ່​ຂາຍ​ດີ​ເລື້ອຍໆ. ຕໍ່​ໄປ​ເຊີນ​ຟັງ​​ເນື້ອ​ໃນ​ລະອຽດ.

ທ່ານຈ່າງ​ປູ້​ໄຕ້ ​ແມ່ນນັກ​ປະພັນ ປີ​ນີ້​ອາຍຸ 55 ປີ,ຫວ່າງ​ມໍ່ໆ​ນີ້,ທ່ານ​ພວມ​ຂຸ້ນ​ຢູ່ນຳ​ການ​ອອກ​ແບບ​ໜ້າ​ປົກ​ໃຫ້​ນະວະ​ນີຍາຍຂອງ​ຕົນ​ເອງ. ນະ​ວະ​ນີຍາຍ​ຍາວ​ເລື່ອງ"​ເສົາ​ໝາງ"​ແປ​ວ່າ"ພຸ່ມ​ຫຍ້າ"ທີ່​ແຕ່ງ​ໂດຍ​ທ່ານ​​ເອງໃກ້​ຈະ​​ພິມ​ຈຳໜ່າຍ​ໂດຍ​ສຳນັກງານ​ພິມ​ຈຳໜ່າຍ​ຂອງ​ຂອງ​ນັກ​ປະພັນ​​ແລ້ວ. ນະວະ​ນິຍາຍ​ເລື່ອງ​ນີ້​ມີ​ຕົວ​ໜັງສື​ຈີນ 4 ​ແສນ​​ໂຕ,​ເອົາ​ການ​ປ່ຽນ​ແປງ​ຂອງ​ສັງຄົມ​ຈີນ​ໃນ​ເກືອບ 30 ປີ​ມາ​ນີ້​​ເປັນ​ເບື້ອງຫຼັງ,​ ​ເລົ່າ​ປະສົບ​ການ​​ໃນ​ຊີວິດ​ອັນ​ຄົດ​ລ້ຽວຂອງ​ນັກວິທະຍາສາດ​ຜູ່​ໜຶ່ງແລະ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນຜູ່​ໜຶ່ງ. ນະວະນິຍາຍ​ເລື່ອງ​ນີ້​ແມ່ນ​​ບົດ​ປະພັນບົດ​ໜຶ່ງ​ທີ່​ສະມາຄົມ​ນັກ​ປະພັນ​ຈີນ​ຈະ​ສະໜັບສະໜູນ​ເປັນ​ພິ​ເສດໃນ​ປີ​ນີ້.

ບົດ​ປະພັນທີ່​ໄດ້​ຮັບ​ການສະໜັບສະ​ໜູນ​ເປັນ​ພິ​ເສດຈາກ​ສະມາຄົມ​ນັກ​ປະພັນ​ຈີນ​ເຊັ່ນ​ດຽວ​ກັນນັ້ນຍັງ​ມີ​ເກືອບ​ຮ້ອຍ​ເລື່ອງ. ​ໃນ​ບົດ​ປະພັນ​ເຫຼົ່ານີ້ມີ​​ທັງ​ ນະວະນິຍາຍ,ກາບກອນ,ບົດ​ສາລະ​ຄະດີ​ພິ​ເສດ,ທັງ​ມີ​ບົດ​ທິດ​ສະ​ດີ​ວັນນະຄະດີ. ​ ເລີ່​ມ​ແຕ່ປີ 2004 ​ເປັນຕົ້ນມາ,ສະມາຄົມ​ນັກ​ປະພັນ​ຈີນ​ໄດ້​ລົງທຶນ​ຮ້ອຍ​ລ້ານ​ຢວນຕໍ່​ປີ ​ເພື່ອ​ສົ່ງ​ເສີມ​ໃຫ້​ນັກ​ປະພັນ​ແຕ່ງ​ບົດ​ປະພັນ​ທີ່ດີໆ​ອອກ​ມາ. ທ່ານ​ຈ່າງ​ປູ້​ໄຕ້​ເຫັນ​ວ່າ,ການ​ປະຕິ​ຮູບ​ແລະ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ອັນ​ມະຫາສານ​ມາ​ໃຫ້​ສັງຄົມ​ຈີນ​. ແລະ​ການ​ປ່ຽນ​ແປງ​ເຫຼົ່າ​ນີ້​ກໍ​ໄດ້​ນຳ​ເອົາ​ຜົນ​ສະທ້ອນ​ມາ​ໃຫ້​ຊີວິດແລະ​ຈິດ​ໃຈຂອງ​ສ່ວນ​ບຸກຄົນ, ທັງ​ໝົດ​ເຫຼົ່າ​ນີ້ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ຢູ່​ໃນ​ບົດວັນນະ​ຄະນະ​ດີ. ທ່ານ​ເວົ້າວ່າ:

"​ຂ້າພະ​ເຈົ້າ​ທີ່​ເປັນ​ນັກ​ປະພັນ​ແລະ​ນັກ​ກະວີ,​ເມື່ອຫວນ​ຄືນ 5 ປີ​ທີ່​ຜ່ານ​ມາ​ນີ້ຮູ້​ສຶກວ່າ,ນັກ​ປະພັນ​ທັງຫຼາຍຂອງ​ຈີນ​ພວມ​ສ້າງສາ​ສັງຄົມ​ທີ່​ກົມ​ກຽ​ວກັນ,​ໃນ​ດ້ານສົ່ງ​ເສີມຈິດ​ໃຈ​ປະຊາ​ຊາດ​ຈີນນັ້ນ, ພວກ​ເຂົາ​ເຈົ້າ​ໄດ້​ແຕ່ງ​ບົດ​ປະພັນ​ທີ່​ດີ​ເລີດ​ອອກ​ມາບໍ່​ໜ້ອຍ,ການ​ປະພັນ​ໄດ້​ມີຫຼາຍຢ່າງຫຼາຍ​ແນວ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງຂຶ້ນ,​ຕ່າງປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ໃຜລາວ,ສະ​ແຫວ​ງຫາ​ບຸກຄະ​ລິກລັກສະນະ​ຂອງ​ຕົນ​ເອງ,ຄວນ​ເວົ້າວ່າ,ນັກ​ປະພັນ​ທັງຫຼາຍ​ໄດ້​ສືບ​ທອດນ້ຳ​ໃຈຮັບຜິດຊອບ​ຕໍ່​ສັງຄົມ​​ແລະສະຕິ​ຕໍ່​ພາລະ​ກຳ​ທາງ​ປະຫວັດສາດທີ່​ເຄັ່ງ​ຂຶມ,ບົດ​ປະພັນ​ສ່ວນຫຼາຍມີ​ລັກສະນະຂອງ​ຍຸກ​ສະ​ໄໝ​ແລະ​ລັກສະນະ​ປະຊາຊົນ."
ບົດວັນນະ​ຄະດີ​ທີ່​ສະມາຄົມ​ນັກ​ປະພັນ​ຈີນ​ສະໜັບສະໜູນ​ເປັນ​ພິ​ເສດພຽງ​ແຕ່​ແມ່ນ​ສ່ວນ​ໜ້ອຍ​ຂອງ​ບົດວັນນະຄະດີ​ທີ່​ຈີນ​ພິມ​ຈຳໜ່າຍ​ຢ່າງຫຼວງຫຼາຍ​ໃນ​ແຕ່ລະ​ປີ​ທໍ່​ນັ້ນ. ​ເວົ້າສະ​ເພາະ​ແຕ່​ນະວະ​ນິຍາຍ​ເລື່ອງ​ຍາວ,​ໃນ​ເກືອບ 4 ປີ​ມາ​ນີ້,ນະວະນິຍາຍ​ເລື່ອງ​ຍາວ​ທີ່​ຈີນ​ພິມ​ຈຳໜ່າຍ​ໃນ​ແຕ່ລະ​ປີ​ມີ​ປະມານ 800 ​ເລື່ອງ. ​ໃນ​ຜູ້​ແຕ່ງ​ນະວະ​ນິຍາຍ, ​ມີ​ນັກ​ປະພັນມື​ອາ​ຊີບ​ທີ່​ຂຶ້ນຊື່​ລື​ນາມ​ມາຫຼາຍປີ​ແລ້ວ,ທັງ​ມີ​ນັກ​ປະພັນ​ສະໝັກຫຼິ້ນຂອງ​ທຸກໆ​ຂະ​ແໜງ​ການ. ​ເນື້ອ​ຫາ​ຂອງ​ນະວະນິຍາຍ​ກໍ​ມີຫຼາຍຢ່າງຫຼາຍ​ແນວ. ຕົວຢ່າງ​ມີ​ເລື່ອງ"ຈ່າງ​ຈູ່​ເຈີ້​ງ"ທີ່​ມີ​ເນື້ອ​ຫາ​ປະຫວັດສາດ, ​ເລື່ອງ"ລ້ຽງ​ຈ້ຽນ"​ແປ​ວ່າຖອດ​ດາບ​ທີ່​ມີ​ເນື້ອ​ຫາ​ທາງການ​ທະຫານ,​ມີ​ເລື່ອງ"ຮົງ​ເມີຍ"​ແປ​ວ່າ​ຖ່ານ​ຫີນ​ແດງ​ທີ່​ບັນ​ລະ​ຍາຍ​ສະພາບ​ດຳລົງ​ຊີວິດ​ຂອງ​ກຳມະກອນ​ບໍ່​ຖ່ານ​ຫີນ,ມີ​ເລື່ອງ"ຊິນ​ຊ່ຽງ"​ທີ່ບັນ​ລະ​ຍາຍ​ການ​ປ່ຽນ​ແປງ​ຂອງ​ຊີວິດ​ຊົນນະບົດ,ຍັງ​ມີ​ເລື່ອງ"ທາງ​ລົດ​ໄຟ​​ໃຫຍ່​ຊິງ​ໄຫຕິ​ເບ​ດ"ທີ່​ບັນ​ທຶກ​ເລື່ອງຈິງ. ທ່ານ​ເປ​ຊຽວ ນັກ​ວິຈານ​ວັນນະຄະດີ​ທີ່​ມີ​ຊື່​ສຽງ​ເຫັນ​ວ່າ,ສະພາບ​ສັງຄົມ​ຂອງ​ຈີ​ນ​ໃນ​ປັດຈຸບັນ​ແມ່ນ​ເໝາະ​ທີ່​ສຸດ​ໃຫ້​ນັກ​ປະພັນ​ທັງຫຼາຍ​ເສີມ​ຂະຫຍາຍ​ຄວາມ​ປີ​ຊາ​ສາມາດ​ຂອງ​ຕົນ. ທ່ານ​ເວົ້າວ່າ:

"​ແຕ່​ກ້າວເຂົ້າສູ່​ສະ​ຕະວັດ​ໃໝ່​ມາ​ນີ້,ການ​ປະພັນ​ວັນນະຄະດີ​ຂອງ​ປະ​ເທດ​ພວກ​ເຮົາມີຮັບ​ການ​ພັດທະນາ​ຢ່າງຫຼວງຫຼາຍ,ສາມາດ​ເວົ້າ​ໄດ້​ວ່າ​ມີ​ບົດ​ປະພັນ​ທີ່ດີ​ເລີດອອກ​ມາ​​ເລື້​ອຍໆ,ນັກ​ປະພັນ​ອາວຸ​ໂສ,​ໄວ​ກາງ​ແລະ​​ໄວໜຸ່ມຫຼາຍໆ​ຄົນ​ໄດ້​ຮັກສາ​ຄວາມ​ກະຕືລືລົ້ນທີ່​ຟົດ​ຟື້ນ​ໃນ​ການ​​ແຕ່ງ​ເລື່ອງ,ນັກ​ປະພັນ​ຮຸ່ນ​ໃໝ່​ກໍ​ຄ່ອຍໆ​ສຸກ​ງອມ,ສະພາບ​ແວດ​ລ້ອມ​ການ​ປະພັນ​ດີກ​ວ່າ​ຍາມ​ໃດ​ໝົດ,ບົດ​ປະພັນ​ກໍ​ຍິ່ງ​ໃກ້ຊິດ​ກັບ​ຊີວິດ​ຕົວ​ຈິງ,​ໄດ້​ເອົາ​ໃຈ​ໃສ່​ນຳ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ສັງຄົມ​ທີ່​ພວມ​ປ່ຽນ​ແປງ​,​ເອົາ​ໃຈ​ໃສ່​ນຳ​ສະພາບ​ການ​ດຳ​ລົງ​ຊີວິດ​ຂອງ​ສາມັນ​ຊົນ,​ເອົາ​ໃຈ​ໃສ່​ນຳ​ການ​ເຕີບ​ໃຫຍ່​​ແລະ​ຄວາມທຸກ​ສຸກ​ຄວາມ​ຮຽກຮ້ອງ​ການຂອງ​ເພດ​ຍິງ. ​ໂດຍ​ສະ​ເພາະ​ແມ່ນ​ວັນນະຄະດີ​ອິນ​ເຕີ​ເນັດ​ຈະ​ເລີ​ນຂຶ້ນໄດ້​,​ເຮັດ​ໃຫ້​ວັນ​ນະ​ຄະດີ​ເຂົ້າ​ໃກ້​ກັບ​ມະຫາຊົນ​ໃນ​ສັງຄົມ​ຕື່ມ​ອີກ,ຜູ້​ແຕ່ງ​ທຳ​ມະ​ດາ​ກໍ​ສາມາດ​ເຂົ້າຮ່ວມ​ການ​ປະພັນ​ແລະ​ການ​ອ່ານ​ວັນນະຄະດີ​ດ້ວຍ​ຮູບ​ການ​ອິນ​ເຕີ​ເນັດ."

ນັກ​ວິຈານ​ຜູ້​ນີ້​ເຫັນ​ວ່າ,​ເສດຖະກິດ​ຕະຫຼາດ​​ເຂົ້າ​ກ່ຽວ​ພັນ​ແລະ​ການ​ເຜີຍ​ແຜ່​ຂອງ​ອິນ​ເຕີ​ເນັດ​ໄດ້​ເຮັດ​ໃຫ້ການ​​ແຕ່ງ​ບົດວັນນະ​ຄະນດີ​ຂອງ​ຈີນ​ຈະ​ເລີ​ນຮຸ່ງ​ເຮືອງ​ກວ່າ​ຍາມ​ໃດ​ໝົດ,​ແລະ​ປະກົດ​ມີຫຼາຍຢ່າງຫຼາຍ​ແນວ. ​ເນື້ອ​ຫາ​ແລະ​ວິທີ​ປະພັນ​ທີ່​ຄົນ​ທົ່ວ​ໄປບໍ່​ເຫັນ​ດີຫຼື​ຮັບ​ເອົາ​ບໍ່​ໄດ້ໃນ 10 ປີ​ກ່ອນ​ນັ້ນ ດຽວ​ນີ້​ກໍ​ມີ​ຄົນ​ຂຽນ​ຫຼາຍ​ທີ່​ສຸດ.

​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ບົດ​ປະພັນ​ວັນນະຄະດີ​ທີ່​ມີ​ເນື້ອ​ຫາ​ກ່ຽວ​ກັບຊີວິດ​ການ​ເປັນ​ຢູ່​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ​ໄດ້​ມີ​ຜົນ​ສະທ້ອນ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ​ໝູ່ຜູ້​ອ່ານ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເນື້ອ​ໃນ​ວັດ​ທະ​ນະ​ທຳ​ອັນ​ເລິກ​ເຊິ່ງ​ແລະ​ລົດນິ​ຍົມ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ຈີນ,ຕົວ​ຢ່າງ​ຄື​ເລື່ອງ"ໂຂ່ງ​ຊ່ານ"​ແປວ່າ"ພູ​ໂຂ່ງ​ທີ່​ຖື​ວິ​ຖີ​ຊີ​ວິດ​ການເປັນຢູ່ຂອງ​ຊົນນະບົດ​ເຜົ່າ​ຕິ​ເບດ​ເປັນ​ເນື້ອ​ຫາ​ທີ່​ແຕ່ງ​ໂດຍ​ນັກ​ປະ​ພັນ​ອ່າ​ໄລ,ເລື່ອງ"ລາງ​ທູ​ເທີງ"ແປ​ວ່າ"ສັນຍາ​ລັກ​ຂອງ​ກວາ​ມ​ເຊື່ອ​ຖື​ໝາ​ໄນ​ໃນ​ສະ​​ໄໝ​ບູຮານ"ທີ່​ຖື​ວັດ​ທະ​ນະ​ທຳ​ເຜົ່າ​ມົງ​ໂກນ​ເປັນ​​ເບື້ອງ​ຫຼັງ, ​ແຕ່ງ​ໂດຍ​ທ່ານ​ຈ່ຽງຢົງ​ແລະ​​ເລື່ອງ​ອື່ນໆ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ມະ​ຫາ​ສານ.

ນອກຈາກ​ນະວະນິຍາຍ​ແລ້ວ,ການ​ປະພັນ​ກາບກອນ​ຍຸກ​ປັດຈຸບັນ​ຂອງ​ຈີນ​ກໍ​ຄຶກຄັກຫຼາຍ,​ໄດ້​ປະກົດ​ມີ​ນັກ​ກະວີ​ຜູ້ດີ​ເລີດ​ຢ່າງຫຼວງຫຼາຍ. ​ເວັບ​ໄຊ້ກາບກອນ​ສະ​ເພາະກໍ​​ແຮ່ງ​ຫຼາຍ. ​ໃນ​ດ້ານ​​ແຕ່ງ​ບົດ​ລະຄອນ,ການ​​ແຕ່ງ​ບົດ​ຮູບ​ເງົາ​ແລະ​ບົດ​ໂທລະພາບ​ກໍ​​ຟົດ​ຟື້ນ​ຂຶ້ນ​ຫຼາຍຍ້ອນ​ຄວາມ​ຕ້ອງທີ່​ນັບ​ມື້​ນັບ​ເພີ່​ມຂຶ້ນຂອງ​ສະຖານີ​ໂທລະພາບ​ພັນ​ກວ່າ​ແຫ່ງ​ໃນ​ທົ່ວ​ປະ​ເທດ.

​ເຖິງ​ວ່າ​ມີນັກ​ປະພັນ​ແລະ​ບົດ​ປະພັນຫຼວງຫຼາຍ,​ແຕ່​ນັກ​ວິຈານ​ຈຳນວນ​ໜຶ່ງ​ກໍ​ເຫັນ​ວ່າ,​ຢູ່​ເທິງ​ເວທີ​ວັນນະ​ຄະນດີ​ຈີນ​ຍັງ​ມີ​ບັນຫາ​ຈຳນວນ​ໜຶ່ງ,​ເຊັ່ນ​ບົດ​ປະພັນ​ທີ່​ປະກາດ​ແລະ​ພິມ​ຈຳໜ່າຍ​ໃນ​ແຕ່ລະ​ປີ​ມີຫຼວງຫຼາຍ,​ແຕ່​ບົດ​ປະພັນ​ທີ່ຖືກ​ໃຈ​ຄົນ​ເປັນ​ພິ​ເສດ​ບໍ່ຫຼາຍປານ​ໃດ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ເປ​ຊຽວ ນັກ​ວິຈານ​ວັນນະຄະດີ​ເວົ້າວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ,ວັນນະຄະ​ດິຍຸກ​ປັດຈຸບັນ​ຍັງ​ຕ້ອງ​ພະຍາຍາມ​ໃນ​ດ້ານ​ຄຸນ​ນະພາ​ບດ້ານຈິດ​ໃຈ,ສ່ອງ​ແສງ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​ໃຫ້ຫຼາຍ,​ເອົາ​ໃຈ​ໃສ່​ສ່ອງ​ແສງ​​ອາລະຍະ​ທຳ​ແລະ​​ຊີວິດສັງຄົມ​ຢູ່​ສະ​ເພາະ​ໜ້າ,​ແລະ​ອອກ​ແຮງ​​​ລົງ​ເລິກ​ຄົ້ນຄວ້າ​ແລະ​ສະ​ແດງ​ຈິດ​​ໃຈ​ຂອງ​ຊາດ​ແລະ​ຂອງ​ມະນຸດ."

ນັກ​ວິຈານ​ຜູ້​ນີ້​ເຫັນ​ວ່າ,ກຳລັງ​ຂອງ​ເສດຖະກິດ​ຕະຫຼາດ​ເຮັດ​ໃຫ້ການ​ປະພັນ​ວັນນະຄະດີ​ຂອງ​ຈີນ​ໃນ​ຍຸກ​ປັດຈຸບັນມີ​ການ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດ​ໃນ​ບາງ​ດ້ານ. ​ເວທີວັນນະຄະດີຂອງ​ຈີນ​ຍັງ​ມີ​ຈິດ​ໃຈ​ຟ້າວ​ຟັ່ງຮີບ​ຮ້ອນ​ຢ່າງ​ເດັ່ນ​ຊັດ,ນັກ​ປະພັນ​ບາງ​ຄົນ​​ແຕ່ງ​ບົດ​ປະພັນ​ທີ່​ບໍ່​ມີ​ຄຸນະພາບ​ຫຼື​ລົດ​ນິຍົມ​ຕ່ຳ​ຊ້າ,ອັນ​ໄດ້​ທຳລາຍ​ສິລະ​ປະ​ຂອງ​ວັນນະຄະດີ. ​ແຕ່ກໍ​ປະ​ຕິ​ເສດບໍ່​ໄດ້ວ່າ,ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​​ໄດ້​​ເພີ່ມ​ພະລັງ​ຊີວິດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເຂົ້າ​ໃນ​ການ​ແຕ່ງ​ວັນນະຄະດີ,ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ໃນ​ດ້ານ​ຕ່າງໆ​ຂອງ​ຊີວິດ​ສັງຄົມ​ໄດ້​ສ່ອງ​ແສງ​ຢູ່​ໃນ​ບົດ​ປະພັນ​ວັນນະຄະດີ,​ເຊິ່ງສະ​ແດງ​ໃຫ້​ເຫັນ​ຄວາມຫຼາກຫຼາຍຂອງ​ການ​ປະພັນ​ແລະ​ການ​ຂະຫຍາຍຕົວ​ຂອງ​ວັນນະ​ຄະດີ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ທີ່​ຟັງ​ມານັ້ນ​ແມ່ນ​ບົດ​​ເລື່ອງ: ການ​ປະພັນວັນນະຄະດີ​ຂອງ​ຈີນນັບ​ມື້​ນັບ​ອຸດົມສົມບູນ​ຂຶ້ນ,ລາຍການ​ວັດທະນະທຳ​ຈີນ​ພາກ​ນີ້​ກໍ​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້,ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ສະບາຍດີ.