ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-28 21:22:35    
ຈົດ​ໝາຍ​ຂອງ​ທ່ານ​ຊັດ​ດາມ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ອີ​ຣັກ​ຈົ່ງ​ສາ​ມັກ​ຄີ​ກັນ​ເຂົ້າ​ແລະ​ລືມ​ຄວາມ​ອາ​ຄາດ​ບາດ​ໝາງ

cri

ຕາມຂ່າວສານຊິນຮວາ,ວັນ​ທີ27​ທັນວາ​ນີ້,ຢູ່​ອິນ​ເຕີ​ເນັດ​ໄດ້​ມີ​ຈົດໝາຍໃນ​ນາມ​ທ່ານ​ຊັດ​ດາມ ອະດີດປະທານາທິບໍດີ​ອີຣັກທີ່​ຖືກ​ຕັດສິນ​ປະຫານ​ຊີວິດ.​ໃນ​ຈົດໝາຍ​ດັ່ງກ່າວ,ທ່ານ​ຊັດ​ດາມ​ໄດ້ກ່າວວ່າ​ຕົນ​ເອງ​ແມ່ນ​ເສຍ​ຊີວິດ​ເພື່ອ​ປະ​ເທດ​ຊາດ,​ແລະ​ຮຽກຮ້ອງ​ປະ​ຊາ​ຊົນ​ອີຣັກ​ຈົ່ງ​ສາ​ມັກ​ຄີ​ກັນ​ເຂົ້າ​ແລະ​ຈົ່ງ​ລືມ​ຄວາມ​ອາ​ຄາດ​ບາດ​ໝາງກັນ.

ທ່ານ​ອິຊາມ ກາ​ຈາ​ວີ ສະ​ມາ​ຊິກ​ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ຊັດ​ດາມ​ໄດ້​ຢືນ​ຢັນ​ຕໍ່​ສື່​ມວນ​ຊົນ​ວ່າ,ຈົດໝາຍສະບັບ​ພາ​ສາ​ອາ​ລັບ​ດັ່ງກ່າວ​ແມ່ນ​ທ່ານ​ຊັດ​ດາມ​ຂຽນ​ໃນ​ວັນ​ທີ5​ພະ​ຈິກ​ຄື​ມື້​ທີ່​ທ່ານ​ຖືກສານ​ສູງ​ອີ​ຣັກ​ຕັດ​ສິນ​ປະ​ຫານ​ຊີ​ວິດ.

ໃນ​ຈົດໝາຍ,ທ່ານ​ຊັດ​ດາມ​ໄດ້​ຮຽກຮ້ອງປະຊາຊົນ​ອີຣັກ​ຈົ່ງຈຳ​ແນກ​ກັບລັດຖະບານ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ຮຸກ​ຮານ​ອີຣັກອອກ​ຈາກ​ກັນ,ບໍ່​ຄວນມີຄວາມ​ອາ​ຄາດ​ບາດ​ໝາງ​ຕໍ່​ປະ​ຊາ​ຊົນ​ຂອງປະ​ເທດ​ເຫຼົ່າ​ນີ້.

ວັນ​ທີ26​ທັນວາ​ນີ້,ສານ​ອຸທອນ​ອີຣັກປະກາດ​ວ່າ​ຍັງຮັກສາ​ການ​ຕັດສິນ​ຂອງ​ສານ​ສູງ​ໃນ​ວັນ​ທີ​5​ພະ​ຈິກ​ຄື​ຕັດສິນປະຫານຊີວິດ​ທ່ານ​ຊັດ​ດາມ​.ອີງ​ຕາມ​ກົດໝາຍ​ຂອງ​ອີຣັກ,ຕ້ອງ​ປະ​ຕິ​ບັດ​ການ​ປະ​ຫານ​ຊີ​ວິດ​ພາຍ​ໃນ30​ມື້​ຫຼັງ​ຈາກ​ສານ​ທຳ​ການ​ຕັດສິນ.