ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-29 17:44:40    
20​ປີ​ມາ​ນີ້,​ຈີນ​ໄດ້​ລົງ​ທຶນ​33​ຕື້​ຢວນ​ເຂົ້າ​ໃນ​ແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສູງ

cri Author: shuo
ຕາມ​ຂ່າວCRI:ປີ​ນີ້​ແມ່ນ​ຈີນ​ເລີ່​ມດຳ​ເນີນ​ແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສູງ​ຄົບ​ຮອບ​20​ປີ.​20​ປີ​ມາ​ນີ້,​ຈີນ​ໄດ້​ລົງ​ທຶນ​33​ຕື້​ຢວນ​ເຂົ້າ​ໃນ​ແຜນ​ການ​ດັ່ງ​ກ່າວ,​ເຊິ່ງ​ໄດ້​ຊຸກ​ຍູ້​ລະ​ດັບ​ແລະ​ຄວາມ​ສາ​ມາດ​ຂອງ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ສູງ​ຂອງ​ຈີນ​ໃຫ້​ກ້າວ​ກະ​ໂດດ​ໃນ​ພາກ​ລວມ​ທັງ​ໝົດ,​ໄດ້​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ກັບ​ປະ​ເທດ​ທີ່​ກ້າວ​ໜ້າ​​ໃນ​ໂລກ.

ວັນ​ທີ29​ທັນວາ​ນີ້,ທ່ານ​ຊູ​ກວ້ນ​ຮວາ ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ແນະ​ນຳ​ວ່າ,​ແຕ່​ດຳ​ເນີນ​ແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສູງ​ເປັນ​ຕົ້ນ​ມາ,​ຈີນ​​ໄດ້​ຮັບ​ໝາກ​ຜົນ​ປະ​ດິດ​ສ້າງ​ໃໝ່​ທີ່​ໄດ້​ບັນ​ລຸ​ຫຼື​ມໍ່​ລະດັບ​ຂອງ​ໂລກ​ນັ້ນ​ຢ່າງ​ຫຼວງ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນຈີນ​ໄດ້​ຢືນ​ຢູ່​ແຖວ​ໜ້າ​ຂອງ​ໂລກ​ໃນ​ຫຼາຍ​ດ້ານ ຄື ​ຄອມ​ພິວ​ເຕີ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ ​ຫຸ່ນ​ຍົນ​ສຳ​ຫຼວດ​ທະ​ເລ ​ຫຸ່ນ​ຍົນ​ເຮັດ​ວຽກ​ໃນ​ໂຮງງ​ານ ການ​ສັງ​ເກດ​ແລະ​ຢັ່ງ​ແທກ​ທະ​ເລ ​ເຄື່ອງ​ປະ​ຕິ​ກອນ​ນິວ​ເຄຼຍ​ລຸ້ນ​ໃໝ່​ແລະ​​ໂຄງ​ການ​​ແຊງ​ເປັນ​ຕົ້ນ.​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ,ປະ​ຈຸ​ບັນ​ນີ້,​ໝາກ​ຜົນ​ຂອງ​ແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສູງ​ໄດ້​ຮັບ​ລິກ​ຂະ​ສິດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​8000​ກວ່າ​ລາຍ.

ທ່ານຊູ​ກວ້ນຮວາ​ກ່າວ​ວ່າ,​ໃນ​ຫຼາຍປີ​ຂ້າງ​ໜ້າ,ຈີນ​ຈະ​ກຳ​ກັບ​ເຕັກ​ນິກ​ແກ່ນ​ສານ​ງວດ​ໜຶ່ງ​ໂດຍ​ຜ່ານ​ແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສູງ,​ຍົກ​ປະ​ສິດ​ທິ​ພາບ​ນຳ​ໃຊ້​ພະ​ລັງ​ງານ​ໃຫ້​ສູງ​ຂຶ້ນ,​ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ດ້ານ​ເຕັກ​ນິກ​ເພື່ອ​ໃຫ້​ຈີນ​ບັນ​ລຸ​ເປົ້າ​ໝາຍ​ທີ່​ປະຢັດ​ພະລັງ ງານ​ແລະ​ຫຼຸດ​ການ​ສິ້ນ​ເປືອງ​ໃຫ້​ໜ້ອຍ​ລົງ.