ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-12-29 18:14:08    
ປີ​ນີ້,​ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ແກ່​86​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ

cri Author: shuo
ຕາມ​ຂ່າວCRI:ນັບ​ມາ​ຮອດ​ທ້າຍ​ເດືອນ​ພະຈິກ,ປີ​ນີ້​​ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​​ໃຫ້​ແກ່​86​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ,​ຮັບ​ເໝົາ​51​ໂຄງ​ການ​ເປັນ​ຊຸດ,​ແລະ​ສະ​ໜອງ​ການ​ຊ່ອຍ​​ເຫຼືອ​ວັດ​ຖຸ​ທຳ​ມະ​ດາ​ໃຫ້​ຕ່າງ​ປະ​ເທດ​51​ງວດ.

ນີ້​ແມ່ນ​ນັກ​ຂ່າວ​ຮັບ​ຂ່າວ​ຈາກ​ກະຊວງ​ກາ​ນຄ້າ​ຈີນ​ໃນ​ວັນ​ທີ28​ທັນວາ​ນີ້.

ແຕ່​ຕົ້ນປີ​ນີ້​ເປັນຕົ້ນມາ,ຈີນ​ຍັງ​ໄດ້​​ອົບຮົບວິຊາ​ໃຫ້ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ,​ເຈົ້າ​ໜ້າ​ທີ່ ວິ​ຊາ​ການ​ຂອງ​ປະ​ເທດ​ແລະ​ອົງ​ການ​ຂອງ​ພາກ​ພື້ນ​ທີ່​ພວມ​ພັດ​ທະ​ນາ​6​ພັນ​ກວ່າ​ຄົນ​​ໄດ້​ຮັບ​ການ​ອົບ​ຮົມ.

ປີ​ນີ້,​ໂຄງການ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ​ທີ່​ມີມູນ​ຄ່າ​ຫຼາຍ​ກວ່າ​ຮ້ອຍ​ລ້ານ​ຢວນ​ທີ່​ຈີນ​ຮັບ​ເໝົາ​ສ້າງ​ນັ້ນ​ຕົ້ນ​ຕໍ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ໂຮງ​ລະຄອນ​ແຫ່ງ​ຊາດ​ຂອງ​ເຊ​ເນ​ການ,​ໂຄງ​ການ​ດັດ​ສ້າງ​ເສັ້ນ​ທາງ​ຂອງ​ອົງ​ການ​ປົກ​ຄອງ​ເມືອງ​​ໄນ​ໂລ​ບີ​ຂອງ​ເກນ​ຢາ,​ໂຄງ​ການ​ກໍ່​ສ້າງ​ຫໍ​ກິ​ລາ​ອູ​ລານ​ບາ​ຕໍ​ຂອງ​ມົງ​ໂກ​ລີ,​ໂຄງ​ການ​ກໍ່​ສ້າງ​ອາ​ຄານ​ການ​ບໍ​ລິ​ການ​ດ້ານ​ການ​ລົງ​ທຶນ​ຂອງ​ເຂດ​ພິ​ເສດ​ຊູ​ເອັສ​​ເອ​ຢິບ​ພ້ອມ​ດ້ວຍ​ໂຄງ​ການ​​ອາ​ຄານ​ຫ້ອງ​ການ​ຂອງ​ລັດ​ຖະ​ບານ​ກີ​ເນ​ບີ​ໂຊ​ເປັນ ຕົ້ນ.

ກະຊວງ​ກາ​ນຄ້າ​ຈີນ​ຍັງ​ເຜີຍ​ໃຫ້​ຮູ້ວ່າ,ຈີນ​ຈະ​ເປີດ​ກວ້າງ​ຂະໜາດ​ຊ່ອຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຕື່ມ​ອີກ,​ພະ​ຍາ​ຍາມ​​ໃຫ້​ການ​ຊ່ອຍ​ເຫຼືອ​ມີ​ປະ​ສິດ​ທິ​ຜົນ​ສູງ​ກວ່າ​ເກົ່າ,​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ຫຼາຍ​ກວ່າ​ເກົ່າ​ໃຫ້​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ມີ​ໄມ​ຕີ​ຈິດ​ຕໍ່​ຈີນ ​ເຊິ່ງມີ​ຄວາມ​ຫຍ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ແລະ​ຕ້ອງ​ການ​ຊ່ອຍ​ເຫຼືອ.