|
|
(GMT+08:00)
2006-12-29 21:10:53
|
|
ທ່ານຮູຈິນທ່າວແຍກອອກພົບປະຜູ້ວ່າການເຂດບໍລິຫານພິເສດຮົງກົງແລະມາກາວ
cri
Author: shuo
ຕາມຂ່າວCRI:ວັນທີ29ທັນວານີ້,ຢູ່ປັກກິ່ງ,ທ່ານຮູຈິນທ່າວ ປະທານປະເທດຈີນແຍກອອກພົບປະທ່ານເຊິ່ງອິ່ນຊວນ ຜູ້ວ່າການເຂດບໍລິຫານພິເສດຮົງກົງແລະທ່ານເຮີໂຮ້ຮວາ ຜູ້ວ່າການເຂດບໍລິຫານພິເສດມາກາວທີ່ມາລາຍງານວຽກງານຢູ່ປັກກິ່ງ.
ໃນເວລາພົບປະທ່ານເຊິ່ງອິນຊວນ,ທ່ານຮູຈິນທ່າວເວົ້າວ່າ,ປະຈຸບັນນີ້,ສັງຄົມຮົງກົງມີສະຖຽນລະພາບ,ເສດຖະກິດເຕີບໂຕ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ,ປະກົດມີທ່ວງທ່າພັດທະນາອັນດີງາມ.ລັດຖະບານກາງສຸດທິເອົາໃຈໃສ່ນຳຜົນປະໂຫຍດຂອງພີ່ນ້ອງຮ່ວມຊາດຮົງກົງ.ຫວັງໃຫ້ວົງການຕ່າງໆຂອງສັງຄົມຮົງກົງສືບຕໍ່ສາມັກຄີກັນບາກບັ່ນສູ້ຊົນ,ເຮັດໃຫ້ເສດຖະກິດຂອງຮົງກົງຈະເລີນກວ່າເກົ່າ ຊີວິດການເປັນຢູ່ດີຂຶ້ນກວ່າເກົ່າແລະສັງຄົມກົມກຽວກັນກວ່າເກົ່າ.
ໃນເວລາພົບປະທ່ານເຮີໂຮ້ຮວາ,ທ່ານຮູຈິນທ່າວເວົ້າວ່າ,ໃນ7ປີແຕ່ມາກາວກັບຄືນສູ່ປະເທດຊາດມານີ້,ເສດຖະກິດສືບຕໍ່ພັດທະນາອ່າວໄວ,ຄວາມສະຫງົບຂອງສັງຄົມດີຂຶ້ນຢ່າງຈະແຈ້ງ,ປະຊາຊົນຢູ່ເຢັນເປັນສຸກ.ການແລກປ່ຽນແລະການຮ່ວມມືກັບເຂດໃນປະເທດຊາດນັບມື້ນັບແໜ້ນແຟ້ນ,ການໄປມາຫາສູ່ກັນກັບຕ່າງປະເທດຟົດຟື້ນກວ່າເກົ່າ,ທ່ວງທ່າພັດທະນາດີ.ລັດຖະບານກາງຈະສະໜັບສະໜູນການພັດທະນາຂອງມາກາວຄືແຕ່ເກົ່າເມືອຫຼັງ.
ໃນມື້ດຽວກັນ,ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນກໍໄດ້ແຍກອອກພົບປະທ່ານເຊິ່ງອິ່ນຊວນແລະທ່ານເຮີໂຮ້ຮວາ.
|
|
|