ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-03 20:34:43    
ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼ​ນິກ​ຂອງ​ຈີນ​ໃນ​ປີ​2007​ຈະ​ບັນ​ລຸ​ເຖິງ​1330​ຕື້​ຢວນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ຈີນ​ຄາດ​ຄະ​ເນ​ວ່າ,​ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼ​ນິກ​ຂອງ​ຈີນ​ໃນ​ປີ​2007​ຈະ​ບັນ​ລຸ​ເຖິງ​1330​ຕື້​ຢວນ.

ປີ2006,ມູນ​ຄ່າ​ເພີ່ມ​ຂອງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກຂອງ​ຈີນ​ແມ່ນ1100​ຕື້​ຢວນ.ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວສານ​ຈີນ​ກ່າວ​ວ່າ,​ໃນ​ໜຶ່ງ​ປີ​ທີ່​ຜ່ານ​ມາ,ກຳລັງ​ສັງ​ລວມຂອງ​ວິ​ສາ​ຫະ​ກິດ​ຫຼັກ​ແຫຼ່ງ​ໃນ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼ​ນິກ​ຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ,ການ​ປັບປຸງ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ໃຫ້​ດີ​ຂຶ້ນ​ໄດ້​ລັ່ງ​ເລັດ​ໄວ​ເຂົ້າ,​ຄວາມ​ສາມາດ​ອອກ​ແບບ​ວົງ​ຈອນ​ໄຟ​ຟ້າ​ຊຽກ​ກຸຍ​ແອ​ງ​ແຕກ​ເກຼ​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ,​ຈຸດ​ເພີ່ມ​ໃໝ່​ເຊັ່ນ​ຈໍ​ແບນ​ເປັນ​ຕົ້ນ​ໄດ້​ຈໍ່​ຕົວ​ຂຶ້ນ​ໃນ​ເບື້ອງ​ຕົ້ນ.​ຜະ​ລິດ​ຕະ​ພັນ​ໂທ​ລະ​ຄົມ,​ຄອມ​ພິວ​ເຕີ​ແລະ​ເອ​ເລັກ​ໂຕຼ​ນິກ​ບໍ​ລິ​ໂພ​ກລຸ້ນ​ໃໝ່​ມີ​ບົດ​ບາດ​ພົ້ນ​ເດັ່ນ​ໃນ​ການ​ຊັກ​ຈູງ​ອຸດ​ສາ​ຫະ​ກຳ​ໃຫ້​ພັດ​ທະ​ນາ​.ປັດ​ຈຸ​ບັນ,​ການ​ຜະ​ລິດ​ແລະ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕຼ​ນິກ​ຕົ້ນ​ຕໍ​ເຊັ່ນ​ໂທ​ລະ​ສັບ​ມຶ​ຖື​ຄອມ​ພິວ​ເຕີ​ໂນດ​ບຸກ​ແລະ​ໂທ​ລະ​ພາບ​ສີ​ຄວາມ​ແຈ້ງ​ສູງ​ເປັນ​ຕົ້ນ​ແມ່ນ​ດີ​ຫຼາຍ,​ຜະ​ລິດ​ຕະ​ພັນ​ຂໍ້​ມູນ​ຂ່າວ​ສານ​ເອ​ເລັກ​ໂຕຼ​ນິກ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​100​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.