ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-05 19:12:40    
ທະ​ຫານ​ອິສ​ຣາ​ແອນ​ກັບ​ຊາວ​ປາ​ເລັສ​ຕິນ​ຍິງ​ປືນ​ໃສ່​ກັນ​ມີ​30​ກວ່າ​ຄົນ​ຕາຍ​ແລະ​ບາດ​ເຈັບ

cri
ຕາມ​ຂ່າວCRI,ຕອນ​ບ່າຍ​ວັນ​ທີ4ມັງກອນ​ນີ້,ຢູ່​ເມືອງ​ລາມາ​ລາ​ທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ທະ​ຫານ​ອິສ​ຣາ​ແອນ​ກັບ​ຊາວ​ປາ​ເລັສ​ຕິນ​ແລະ​ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ໄດ້​ຍິງ​ປືນ​ໃສູ່​ກັນ​ຢ່າງ​ດຸ​ເດືອດ,​ ມີ5​ຄົນ​ເສຍ​ຊີ​ວິດ 30​ກວ່າ​ຄົນ​ບາດ​ເຈັບ.

ກອງ​ທະຫານ​ອິສຣາ​ແອນ​ກ່າວ​ວ່າ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ​ເພື່ອ​ໄລ່​ຈັບ​ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ທີ່​ຖືກ​ສົງ​ໄສ​ວ່າໄດ້​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕໍ່​ອິສ​ຣາ​ແອນ.​ສອງ​ຝ່າຍ​ໄດ້​ຍິງປືນ​ໃສ່​ກັນ​ຢ່າງ​ດຸ​ເດືອດ​ເກືອບ​1​ຊົ່ວ​ໂມງ.​ກອງ​ທະ​ຫານ​ອິສ​ຣາ​ແອນ​ໄດ້​ບຸກ​ເຂົ້າ​ ອາ​ຄານ​ຫຼັງ​ໜຶ່ງ​ທີ່​ຢູ່​ໃຈ​ກາງ​ເມືອງ​ລາ​ມາ​ລາ,​ຈັບ​ຊາວ​ປາ​ເລັດສ​ຕິນ​4​ຄົນ​ແລ້ວ​ຖອນ​ໜີ​ໄປ.

ມື້​ດຽວ​ກັນ,ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຫຼອນ​ໂຈມ​ຕີ​ຂອງ​ກອງ​ທະຫານ​ອິສຣາ​ແອນ,​ກ່າວ​ວ່າ,​ການ​ຫຼອ​ນ​ໂຈມ​ຕີ​ຢ່າງ​ຕໍ່​ເນື່ອງ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​ຈະ​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ເພື່ອ​ໃຫ້​ປາ​ເລັສ​ຕິນ​ອິສ​ຣາ​ແອນ​ບັນລຸ​ສັນ​ຕິ​ພາບ​ນັ້ນ​ປະ​ລາ​ໄຊ​ຢ່າງ​ສິ້ນ​ເຊີງ.

ວັນ​ທີ4​ມັງກອນນີ້,ຢູ່​ເມືອງ​ຊາມ ​ເອວ​ເຊ​ອິກ ​ເມືອງ​ທ່ອງ​ທ່ຽວ​ຂອງ​ເອຢິບ,​ໃນ​ເວລາ​ພົບ​ປະ​ທ່ານ​ເອຮຸດ ​ໂອນ​ເມີດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ທີ່​ໄປ​ຢ້ຽມ​ຢາມ,​ທ່ານ​ໂຮ​ສນີ ມູ​ບາ​ລັກ ປະ​ທາ​ນາ​ທິ​ບໍ​ດີ​ເອຢິບ​ກ່າວ​ວ່າ,​ເອຢິບບໍ່ພໍ​ໃຈ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​ຢູ່​ເມືອງ​ລາ​ມາ​ລາ​ຂອງ​ປາ​ເລັສ​ຕິນ.​ທ່ານ​ຮຽກ​ຮ້ອງ​ອິສ​ຣາ​ແອນ​ຈົ່ງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ໃນ​ທັນ​ທີ,​ຢຸດ​ຕິ​ການ​ກະ​ທຳ​ໃດໆ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ.