GDPສະເລ່ຍຕາມຫົວຄົນທີ່ດຳລົງຊີວິດຢູ່ປັກກິ່ງເປັນປະຈຳໄດ້ລື່ນກາຍ6000ໂດລາເປັນເທື່ອທຳອິດ
cri
ຕາມຂ່າວສານຊິນຮວາ,ປີ2006,ຄາດວ່າ,ຍອດມູນຄ່າຜະລິດຕະພັນພາຍໃນປະເທດຫຼືGDPສະເລ່ຍຕາມຫົວຄົນທີ່ດຳລົງຊີວິດຢູ່ປັກກິ່ງເປັນປະຈຳຈະລື່ນກາຍ6000ໂດລາເປັນເທື່ອທຳອິດ.
ຕາມໜັງສືພິມປັກກິ່ງຢື້ປ້າວລາຍງານວ່າ:ຄາດວ່າ,ປີ2006,GDPຂອງປັກກິ່ງຈະເພີ່ມຂຶ້ນ11%ຂຶ້ນໄປ,GDPສະເລ່ຍຕາມຫົວຄົນຂອງປັກກິ່ງໃນປີ2006ຈະລື່ນກາຍ6000ໂດລາ,ເປັນທີສອງໃນບັນດາແຂວງ,ກຳແພງນະຄອນແລະເຂດປົກຄອງຕົນເອງຂອງທົ່ວປະເທດຈີນ,ພຽງຖັດຈາກນະຄອນຊຽງໄຮ້ເທົ່ານັ້ນ.
|
|