ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Mar 21th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-07 17:56:09    
ບົດ​ລາຍ​ງານ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ຂຽນ​ວ່າ​ຄຸນ​ນະ​ພາ​ບການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຕ້ອງ​ຍົກ​ສູງ​ຂຶ້ນ​ໂດຍ​ດ່ວນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ບົດ​ລາຍ​ງານ​ຄົ້ນຄວ້າ​ສະບັບ​ໜຶ່ງ​ທີ່​ສູນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຄາດ​ຄະ​ເນຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ເຜີຍ​ແຜ່​ໃນ​ຫວ່າງ​ມໍ່ໆ​ນີ້​ຊີ້​ອອກ​ວ່າ,ທ່າ​ອ່ຽງ​ໃນ​ອະ​ນາ​ຄົດ​ຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຈະ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຂະ​ໜາດ​ແລະ​ອົງ​ປະ​ກອບ​ຂອງ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ,​ຄຸນ​ນະ​ພາບ​ການ​ລົງ​ທຶນ​ຂອງ​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ຕ້ອງ​ຍົກ​ສູງ​ຂຶ້ນ​ໂດຍ​ດ່ວນ.

ຕາມບົດ​ລາຍ​ງານ​ດັ່ງກ່າວ​ທີ່ຊື່ວ່າ"ການ​ວິ​ເຄາະ​ແລະ​ຄາດ​ຄະ​ເນ​ສະພາບ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​​ປີ2007", ນັກທຸລະກິດ​ຕ່າງປະ​ເທດ​ລົງ​ທຶນ​ໂດຍ​ກົງ​ຢູ່​ຈີນ​ໃນ​ປີ2006​ມີ​ຈຸດ​ພິ​ເສດ​ດັ່ງ​ນີ້​ຄື​ນັກ​ທຸ​ລະ​ກິດ​ຕ່າງປະ​ເທດ​ລົງ​ທຶນ​ໂດຍ​ກົງ​ເພື່ອ​ຈຸດ​ປະ​ສົງ​ສົ່ງ​ອອກ​ນັ້ນ​ຍັງ​ກວມ​ອັດ​ຕາ​ສ່ວນ​ອ່າວ​ຫຼາຍ.​ນັກ​ທຸ​ລະ​ກິດ​ຕ່າງປະ​ເທດ​ລົງ​ທຶນ​ໂດຍ​ກົງ​ໃນ​ຂະ​ແໜງ​ການ​ຜະ​ລິດ​ຫຼາຍ​ເກີນ​ໄປ,​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ທີ​ສາມ​ຂອງ​ຈີນ.ທ່າ​ອ່ຽງ​ການ​ປ່ຽນ​ແປງ​ຂອງ​ອົງ​ປະ​ກອບ​ແຫຼ່ງ​ທຶນ​ທີ່​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນ​ໂດຍ​ກົງ​ແມ່ນ​ເຫັນ​ໄປ​ໃນ​ແງ່​ດີ​ບໍ່​ໄດ້,​ໄດ້​ເພີ່ມ​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040