ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-08 18:28:48    
ຈີນ​ສະ​ແດງ​ຄວາມ​ສົນ​ໃຈ​ຢ່າງ​ຈິງ​ຈັງ​ຕໍ່​ອາ​ເມ​ລິ​ກາ​ທີ່​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ທ່ານ​ເສິນ​ສຸຍ​ປຽນ​ຜ່ານ​ແດນ​ອາ​ເມ​ລິ​ກາ

cri
ຕາມ​ຂ່າວCRI,ວັນ​ທີ8​ມັງກອນ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊາວ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ສະ​ແດງ​ຄວາມ​ສົນ​ໃຈ​ຢ່າງ​ຈິງ​ຈັງ​ຕໍ່​ອາ​ເມ​ລິ​ກາ​ທີ່​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ທ່ານ​ເສິນ​ສຸຍ​ປຽນ ຜູ່​ນຳ​ເຈົ້າ​ໜ້າ​ທີ່​ໄຕ້ຫວັນ​ຜ່ານ​ແດນ​ອາ​ເມ​ລິ​ກາ,​ແລະ​ໄດ້​ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ຄັ່ງ​ຂຶມ​ຕໍ່​ຝ່າຍ​ອາ​ເມ​ລິ​ກາ​ແລ້ວ.

ອາ​ເມ​ລິ​ກາ​ໄດ້​ຕົກລົງ​ແລ້ວ​ວ່າ​ອະນຸຍາດ​ໃຫ້​ທ່ານ​ເສິນ​ສຸຍ​ປຽນ​ຜ່ານ​ແດນ​ອາ​ເມ​ລິ​ກາ​ກ່ອນ​ແລະຫຼັງ​ເຂົ້າ​ຮ່ວມ​ພິທີຂຶ້ນຮັບ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ນິ​ກາ​ຣາ​ກວາ​ຜູ່​ໃໝ່.​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ລິວ​ຈ້ຽນ​ຊາວ​ກ່າວ​ວ່າ,ຝ່າຍ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ລິ​ກາ ​ດຳ​ເນີນການ​ໄປມາຫາ​ສູ່​ກັນ​ກັບ​ເຈົ້າ​ໜ້າ​ທີ່​ທາງ​ການ​ຂອງ​ໄຕ້​ຫວັນ ​ທາງ​ການ​ດ້ວຍຮູບ​ການ​ໃດໆ.ຫຼັກ​ໝັ້ນ​ດັ່ງກ່າວ​ແມ່ນ​ແຈ່ມ​ແຈ້ງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ລີ​ວຈ້ຽນຊາວ​ກ່າວ​ວ່າ,ຈຸດປະສົງ​ອັນ​ແທ້​ຈິງ​ຂອງ​ທ່ານ​ເສິນ​ສຸຍ​ປຽນ​ໃນ​ການ​ຜ່ານ​ແດນ​ອາ​ເມ​ລິ​ກາ​ແມ່ນ​ເພື່ອ​ດຳ​ເນີນ​ກາ​ນ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈີນ,ທຳລາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.ຝ່າຍ​ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ຄື​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,​ປະ​ຕິ​ບັດ​ຕາມ​ປະ​ກາດ​ແຈ້ງ​ການ​ຮ່ວມ​3​ສະ​ບັບ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ຄັດຄ້ານ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ.