|
 |
(GMT+08:00)
2007-01-08 20:06:50
|
 |
ປັກກິ່ງຈະຕັ້ງໜ້າຊຸກຍູ້ວຽກງານຮັບປະກັນຄວາມປອດໄພດ້ານອາຫານຂອງງານກິລາໂອລິມປິກ
cri
ຕາມຂ່າວສານຊິນຮວາ,ປີນີ້,ນະຄອນປັກກິ່ງຈະຕັ້ງໜ້າຊຸກຍູ້ວຽກງານຮັບປະກັນຄວາມປອດໄພດ້ານອາຫານຂອງງານກິລາໂອລິມປິກປັກກິ່ງ.
ໃນກອງປະຊຸມທີ່ກ່ຽວຂ້ອງທີ່ຈັດຂຶ້ນໃນວັນທີ8ມັງກອນນີ້,ທ່ານຈ່າງຈື້ຄວານ ຫົວໜ້າພະແນກອຸດສາຫະກຳການຄ້ານະຄອນປັກກິ່ງກ່າວວ່າ,ປີ2007,ນະຄອນປັກກິ່ງຈະລົງເລິກປະຕິບັດໂຄງການດຳເນີນງານຄວາມປອດໄພຂອງອາຫານງານກິລາໂອລິມປິກ,ອອກແຮງຍົກສູງລະດັບຂໍ້ມູນຂ່າວສານແລະລະດັບການກໍ່ສ້າງອຸປະກອນທັນສະໄໝຂອງຄວາມປອດໄພດ້ານອາຫານ.ພ້ອມກັນນັ້ນ,ລົງເລິກດຳເນີນການຕິດຕາມກວດກາສິ່ງແວດລ້ອມແລະສະພາບຜະລິດຕະພັນ ຂອງແຫຼ່ງສະໜອງອາຫານງານກິລາໂອລິມປິກ,ສືບຕໍ່ປັບປຸງກົນໄກຄວບຄຸມຢາກະຕຸ້ນໃນອາຫານຂອງງານກິລາໂອລິມປິກໃຫ້ສົມບູນຂຶ້ນ,ຄົ້ນຄວ້າແລະວາງແຜນການຕ້ານລັດທິກໍ່ການຮ້າຍໃນຂົງເຂດອາຫານງານກິລາໂອລິມປິກ,ເຮັດວຽກຣັບປະກັນຄວາມປອດໄພດ້ານອາຫານຂອງການແຂ່ງຂັນທົດລອງທຸກລາຍຂອງງານກິລາໂອລິມປິກໃຫ້ດີແລະອື່ນໆ.
ປັດຈຸບັນ,ນະຄອນປັກກິ່ງໄດ້ກຳນົດມາດຖານຄວາມປອດໄພດ້ານອາຫານງານກິລາໂອລິມປິກ10ປະເພດໃຫຍ່345ຊະນິດ,ແລະໄດ້ຈົດທະບຽນອາຫານແລະວິສາຫະກິດທີ່ສະໜອງອາຫານໃຫ້ງານກິລາໂອລິມປິກ.
|
|
|