ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-09 14:33:30    
ເຕັກ​ນິກ​ຊີ​ວະ​ຊາດ​ກະ​ສິ​ກຳ​ຈີນ​ກ້າວ​ສູ່​ແຖວ​ໜ້າ​ຂອງ​ໂລກ

cri Author: min
ຕາມ​ຂ່າວ​ໜັງສືພິມ​ເຢີນມິນ​ຢື້​ປ້າວ: ​ເມື່ອ​ໄດ້​ພັດທະ​ນາມາ​ເປັນ​ເວລາ 20 ​ປີ​ແລ້ວ, ​ລະດັບ​ລວມ​ຂອງ​ເຕັກນິກ​ຊີວະ​ຊາດ​ກະສິກຳ​ຈີນ​ໄດ້​ກ້າວສູ່ແຖວ​ໜ້າ​ຂອງ​ໂລກ, ​ໃນຂົງ​ເຂ​ດສ່ວນ​ໜຶ່ງ​ໄດ້​ບັນລຸ​ລະດັບ​ນຳ​ໜ້າ​ໃນ​ໂລກ​ແລ້ວ.

ໂດຍ​ປິ່ນ​ອ້ອມ​ຄວາມ​ຕ້ອງ​ການ​ທີ່​ສຳຄັນ​ຂອງ​ລັດ​ທີ່​ມີ​ຜົນ​ຜະລິດ​ສູງ, ຄຸນ​ນະພາ​ບດີ, ປະສິດທິ​ຜົນ​ສູງ​ແລະ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ດ້ານ​ກະສິກຳ, ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກ​ນິກ​ຊີວະ​ຊາດ​ຂອງສະ​ພາ​ບັນດິດ​ວິທະ​ຍາສາດ​ກະສິກຳ​ຈີນ​ໄດ້​ຮັບ​ໝາກ​ຜົນ​ຄົ້ນຄວ້າ​ທີ່ມີ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ຕົນ​ຫຼາຍຢ່າງ.

ປະຈຸ​ບັນ, ການ​ຄົ້ນຄວ້າ​ໃນ​ດ້ານ​ແນວ​ພັນ​ຝ້າຍ​ດອກ​ຕ້ານ​ສັດຕູ​ພືດ​ທີ່​ປ່ຽນ​ແຊນ, ​ເຂົ້າ​ນານ້ຳ​ຕ້ານ​ພະຍາດທີ່​ປ່ຽນແຊນ​ແລະ​ອື່ນໆ​ຂອງຈີນ​​ໄດ້​ມີ​ລະດັບ​ນຳ​ໜ້າ​ໂລກ. ​ໃນ​ນັ້ນ, ​ເນື້ອ​ທີ່​ປູກ​ແນວ​ພັນ​ຝ້າ​ຍດອກ​ຕ້ານ​ສັດຕູ​ພືດ​ທີ່​ປ່ຽນແຊນ 64 ຊະນິດ​ທີ່​ສອດ​ຄ່ອງ​ກັບ​ເຂດ​ປູກ​ທີ່​ຕ່າງ​ກັນທີ່​ຈີນບົ່ມ​ເພາະນັ້ນ​​ໄດ້​ກວມ​ເອົາ 75%ຂອງ​ເນື້ອ​ທີ່​ຝ້າຍ​ດອກ​ຕ້ານ​ສັດຕູພື​ດທົ່ວ​ປະ​ເທດ​ແລ້ວ.