|
 |
(GMT+08:00)
2007-01-09 19:19:25
|
ມູນຄ່າເຕັກນິກທີ່ຈີນນຳເຂົ້າໃນປີ2006ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ
cri
Author: shuo
ຕາມຂ່າວCRI:ປີ2006,ຍອດມູນຄ່າເຕັກນິກນຳເຂົ້າໃນຂໍ້ຜູກພັນຂອງຈີນໄດ້ບັນລຸ22ຕື້ ກວ່າໂດລາ,ເພີ່ມຂຶ້ນ15,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2005,ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.
ວັນທີ9ມັງກອນນີ້,ກະຊວງການຄ້າຈີນໄດ້ປະກາດຜົນສະຖິຕິລາຍນີ້.ຕາມສະເໜີວ່າ,ຂະແໜງການຜະລິດອຸປະກອນເອເລັກໂຕຼນິກແລະໂທລະຄົມມະນາຄົມ,ຂະແໜງການຂົນສົ່ງທາງລົດໄຟແລະຂະແໜງການຜະລິດອຸປະກອນການຂົນສົ່ງຄົມມະນາຄົມແມ່ນຂົງເຂດສຳຄັນທີ່ຈີນນຳເອົາເຕັກນິກຂອງຕ່າງປະເທດເຂົ້າມາໃນປີ2006.ສະຫະພາບເອີລົບແມ່ນແຫຼ່ງທີ່ແຫຼ່ງເຕັກນິກທີ່ໃຫຍ່ກວ່າໝູ່ທີ່ຈີນນຳເຂົ້າ,ມູນຄ່າເຕັກນິກນຳເຂົ້າໃນຂໍ້ຜູກພັນທີ່ຈີນເຊັນກັບສະຫະພາບເອີລົບໃນປີ2006ກວມເກືອບ40%ຂອງຍອດມູ່ນຄ່າໝົດປີ.ຍີ່ປຸ່ນແລະອາເມລິກາຕ່າງເປັນທີສອງແລະທີສາມ.
|
|
|