ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-10 20:44:56    
ຍອດ​ມູນ​ຄ່າ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ຊຽງ​ໄຮ້​ ໄດ້​ລື່ນ​ກາຍ​60​ຕື້​ໂດ​ລາ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ9​ມັງກອນ​ນີ້,ທ່ານ​ຟາງ​ຊິງ​ໄຫ ຮອງ​ຫົວ​ໜ້າ​ຫ້ອງ​ການ​ບໍ​ລິ​ການ​ທາງ​ການ​ທະ​ນາ​ຄານ​ນະ​ຄອນ​ຊຽງ​ໄຮ້​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ປັດ​ຈຸ​ບັນ,​ຍອດ​ມູນ​ຄ່າ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ທຶນ​ຕ່າງປະ​ເທດ​ຢູ່​ຊຽງ​ໄຮ້​ໄດ້​ລື່ນ​ກາຍ​60​ຕື້​ໂດ​ລາ​ແລ້ວ.​ໃນ1​ປີ​ມາ​ນີ້,​ໃນ​ຍອດ​ມູນ​ຄ່າ​ຊັບ​ສິນ​ທະນາຄານ​ຂອງ​ຊຽງ​ໄຮ້,​ຊັບ​ສິນ​ຂອງ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​1.1%.

ໃນ​ງານ​ລາຍ​ງານ​ສະ​ພາບ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຊຽງ​ໄຮ້​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​9​ມັງ​ກອນ​,ທ່ານ​ຟາງ​ຊິງ​ໄຫ​ກ່າວ​ວ່າ,ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ​ປີ​2006,​ຍອດ​ຈຳ​ນວນ​ສາ​ຂາ​ທະ​ນາ​ຄານ​ທຶນ​ຕ່າງ​ປະ​ເທດ​ຢູ່​ຊຽງ​ໄຮ້​ໄດ້​ມີ​ເຖິງ​94​ສາ​ຂາ,​ພາຍ​ໃນ​5​ປີ,​ສະ​ເລ່ຍ​ແລ້ວ,​ແຕ່ລະ​ປີ​ເພີ່ມ​ຂຶ້ນ​30%​ຂຶ້ນ​ໄປ.