ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-11 20:48:49    
ຜູ່​ນຳ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ຄັດ​ຄ້ານ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ

cri
ຕາມ​ຂ່າວCRI:ວັນ​ທີ10 ມັງກອນນີ້,ທ່ານ​ບຸ​ສ ປະທານາທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຕໍ່​ທົ່ວ​ປະ​ເທດ,​ປະ​ກາດ​ວ່າ​ຈະ​ປັບປຸງ​ນະ​ໂຍບາຍ​ຕໍ່​ອີ​ຣັກ,​ເນື້ອ​ໃນ​ສຳ​ຄັນ​ລວມ​ທັງ​ສົ່ງ​ທະ​ຫານ​ໄປ​ເພີ່ມ​ຢູ່​ອີ​ຣັກ​ແລະ​ເພີ່ມ​ທະວີ​ການ​ຊ່ອຍ​ເຫຼືອ​ການ​ສ້າງ​ສາ​ອີ​ຣັກ​ຄືນ​ໃໝ່​ເປັນ​ຕົ້ນ.

ໃນ​ຄຳ​ປາ​ໄສ,​ທ່ານ​ບຸ​ສປະກາດ​​ວ່າ,ອາ​ເມ​ລິ​ກາ​ຈະ​ສົ່ງ​ທະ​ຫານ​2​ໝື່ນ​1​ພັນ​5​ຮ້ອຍ​ຄົນ​ໄປ​ເພີ່ມ​ຢູ່ອີຣັກ,​ໃນ​ນັ້ນ​ສ່ວນ​ຫຼາຍ​ຈະ​ໄປແບກ​ແດດ.ທ່ານ​ເຜີຍ​ໃຫ້​ຮູ້​ວ່າ,​ກອງ​ທະ​ຫານ​ໜູນ​ຊ່ອຍ​ງວດ​ທຳ​ອິດ​ຈະ​ເຂົ້າ​ປະຈຳ​ຢູ່​ອີ​ຣັກ​ກ່ອນ​ທ້າ​ຍ​ເດືອນ​ມັງກອນ​ປີ​ນີ້.​ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ປາຍ​ໃໝ່​ນີ້,​ທ່ານ​ບຸ​ສກ່າວ​ວ່າ,​ທ່ານ​ຈະ​ຮ້ອງ​ຂໍ​5​ຕື້​600​ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຊ້​ໃນ​ແຜນ​ການ​ສົ່ງ​ທະ​ຫານ​ໄປ​ເພີ່ມ​ຢູ່​ອີ​ຣັກ​ໃນ​ເວ​ລາ​ສະ​ເໜີ​ງົບ​ປະ​ມານ​ປະ​ຈຳ​ປີ​ໃຫ້​ລັດ​ຖະ​ສະ​ພາ​ໃນ​ເດືອນ​ກຸມ​ພາ​ປີ​ນີ້,​1​ຕື້​200​ລ້ານ​ໂດ​ລາ​ສະຫະລັດ​ໃຊ້​ໃນ​ການ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ສ້າງ​ສາ​ອີ​ຣັກ​ຄືນ​ໃໝ່,​ລວມ​ທັງ​ໝົດ​ແມ່ນ​6​ຕື້​800​ລ້ານ​ໂດ​ລາ​ສະ​ຫະ​ລັດ.

ພາຍ​ຫຼັງ ທ່ານ​ບຸ​ສ ປະກາດ​ ​ປັບປຸງ​ນະ​ໂຍບາຍຕໍ່​ອີຣັກ​ແລ້ວ,ຜູ່​ນຳ​ສະພາ​ອາ​ເມ​ລິ​ກາ,​ສະ​ມາ​ຊິກສະພາ​ທີ່​​ສັງກັດ​ພັກ​ດີ​ໂມ​​ແຄຼດສ່ວນ​ຫຼາຍ​ແລະ​ສະ​ມາ​ຊິກ​ສະ​ພາ​ທີ່​ສັງ​ກັດ​ພັກ​ລີ​ພັບ​ປຼີກັນ​ຈຳ​ນວນ​ໜຶ່ງ​ໄດ້​ກ່າວ​ວ່າ​ຄັດຄ້ານ​ເລື່ອງ​ນີ້.ວັນ​ທີ10​ມັງ​ກອນ​ນີ້,​ທ່ານ​ແນນ​ຊີ​ເປ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ ສະ​ມາ​ຊິກ​ພັກ​ດີ​ໂມ​ແຄຼດ,​ທ່ານ​ເຮ​ຣີ​ເຣັດ ຜູ່​ນຳ​ພັກ​ສ່ວນ​ຫຼາຍ​ຂອງ​ສະ​ພາ​ສູງ​ແລະ​ທ່ານ​ອື່ນໆ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ວ່າ,​ວິ​ທີ​ອັນ​ຖືກ​ຕ້ອງ​ໃນ​ການ​ປັບປຸງ​ນະ​ໂຍ​ບາຍ​ຕໍ່​ອີຣັກ​ແມ່ນ​ມອບ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ລັດ​ຖະ​ບານ​ອີ​ຣັກ​ໂດຍ​ໄວ,​ເລີ່ມ​ຖອນ​ທະ​ຫານ​ພາຍ​ໃນ​4​ຫາ​6​ເດືອນ,​ແລະ​ ທຳ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຫຼາຍ​ກວ່າ​ເກົ່າ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ແລະ​ສາ​ກົນ.