ເສດຖະກິດຈີນໃນປີ 2006 ເພີ່ມຂຶ້ນຫຼາຍກວ່າປີ 2005 10,5%
cri
Author: cai
ຕາມຂ່າວCRI:ວັນທີ 12 ມັງກອນນີ້,ຢູ່ປັກກິ່ງ,ທ່ານມາໄຂ ປະທານຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນເວົ້າວ່າ,ກະວ່າ, GDP ຂອງຈີນໃນປີກາຍໄດ້ບັນລຸ 20000 ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າປີກ່ອນ 10,5%.
ໃນກອງປະຊຸມລາຍງານຂ່າວທີ່ຈັດຂຶ້ນໃນວັນທີ 12 ມັງກອນນີ້,ທ່ານມາໄຂເວົ້າວ່າ,ປີກາຍ,ການເຕີບໂຕຂອງເສດຖະກິດແຫ່ງຊາດຈີນໄດ້ຮັກສາທ່ວງທ່າພັດທະນາອ່າວໄວ,ມີປະສິດທິຜົນດີແລະເຕີບໂຕຢ່າງໝັ້ນທ່ຽງ.ຂໍ້ຂັດແຍ່ງອັນພົ້ນເດັ່ນຈຳນວນໜຶ່ງໃນການເຕີບໂຕເສດຖະກິດໄດ້ຜ່ອນຄາຍລົງ,ໃນ 6 ເດືອນທ້າຍປີກາຍນີ້,ການລົງທຶນດ້ານຊັບສິນຄົງທີ່ຂອງຈີນໄດ້ຫຼຸດລົງຢ່າງໝັ້ນທ່ຽງ.
ທ່ານມາໄຂເວົ້າວ່າ,ປີນີ້,ຈີນຈະເພີ່ມທະວີແລະບູລະນະການດັດສົມ ມະຫາພາກຕື່ມອີກ,ສືບຕໍ່ຮັກສາແລະເປີດກວ້າງທ່ວງທ່າພັດທະນາເສດຖະກິດເປັນຢ່າງດີ.ທ່ານກ່າວເນັ້ນວ່າ,ຈີນຈະສືບຕໍ່ປະຕິບັດນະໂຍບາຍເງິນຕາທີ່ໝັ້ນທ່ຽງ,ເພີ່ມທະວີການດັດສົມຄວບຄຸມການລົງທຶນດ້ານຊັບສິນຄົງທີ່ຕື່ມອີກ,ສົ່ງເສີມການບໍລິໂພກຂອງປະຊາຊົນ,ໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ.
ປີ 2005, GDP ຂອງຈີນໄດ້ລື່ນກາຍ 18000 ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າປີ 2004 9,9%.
|
|