ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-12 20:36:07    
ເສດ​ຖະ​ກິດ​ຮົງ​ກົງ​ໄດ້​ບັນ​ລຸ​ສະ​ພາບ​ທີ່​ດີ​ກວ່າ​ໝູ່​ໃນ​20​ປີ​ຜ່ານ​ມາ

cri Author: shuo

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ11​ມັງກອນນີ້,​ໃນ​ເວລາ​ປະ​ເມີນ​ສະຖານະ​ການ​ເສດຖະກິດ ປະຈຸ​ບັນ​ຂອງ​ຮົງ​ກົງ​ໂດ​ຍ​ລວມ,ທ່ານ​ເຈິ່ງອິ່ນ​ຊວນ ຜູ້​ວ່າການ​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ,​ເສດຖະກິດ​ຂອງ​ຮົງ​ກົງ​ໄດ້​ບັນລຸ​ສະພາບ​ທີ່ດີກ​ວ່າ​ໝູ່​ໃນ20​ປີຜ່ານມາ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງ​ຮົງ​ກົງ​ໃນ​ວັນ​ທີ11​ມັງກອນນີ້, ທ່ານ​ເຈິ່ງອິ່ນ​ຊວນ​ໄດ້​​​ຍົກ​ເອົາ​ຕົວ​ເລກ​ເສດຖະກິດ​ມະຫາພາກ​ແລະຈຸນ​ລະພາກມາປະ​ເມີນ​​ເສດຖະກິດ​ຂອງ​ຮົງ​ກົງ.ທ່ານ​ຊີ້​ອອກ​ວ່າ,ລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ຮົງ​ກົງ​ໄດ້​ເຕີບ​ໂຕ7,5%ຂຶ້ນ​ໄປ​3​ປີ​ລຽນຕິດ,​​ເຊິ່ງສູງ​ກວ່າ​ໝູ່​ໃນ20​ປີຜ່ານ​ມາ;​ໃນສາມ​ປີ​ມາ​ນີ້,ຮົງ​ກົງ​ໄດ້​ຮັກສາ​ລະ​ດັບ​ເງິນ​ເຟີ້​ຕ່ຳ​ກວ່າ2%​​ຕະຫຼອດມາ;​ໃນ​ດ້ານ​​ໂຄງ​ປະກອບ​ເສດຖະກິດ,ຂະ ​ແໜງການ​ທະນາຄານ ການ​ຄ້າ​ແລະ​ການ​ຈໍລະ​ຈອນ​ສິນຄ້າ​ຂອງ​ຮົງ​ກົງ​​​ໃນ​ປະຈຸ​ບັນໄດ້ມີ​ທ່ວງທ່າ​ຫັນ​ເປັນຫຼາຍ​ເຄົ້າ,ສາມາດ​ຮັບ​ມື​ກັບ​ເຫດການ​ນອກ​ຄວາມ​ຄິດ.

ທ່ານ​ເຊິ່ງອິ່ນ​ຊວນ​ຍັງ​ກ່າວ​ວ່າ,ອົງ​ປະກອບ​ຜູ້​ອອກ​ແຮງ​ງານ​ຂອງ​ຮົງ​ກົງ​ກໍ​ໄດ້​ບັນລຸ​ສະ ພາບ​ທີ່ດີກ​ວ່າ​ໝູ່​ໃນ20​ປີຜ່ານມາ,​ໃນ​ດ້ານ​ລາຍ​ໄດ້,ບຸກຄົນ​ທີ່​ມີ​​ເງິນ​ເດືອນ1ໝື່ນ5​ພັນ​​ໂດ​ລາ​ຮົງ​ກົງຫຼືຫຼາຍກວ່າ​ນັ້ນ​ໄດ້​ກວມ34%ຂອງຜູ້​ອອກແຮງ​ງານທັງ​ໝົດ.