ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-13 17:03:55    
ອີຣານ​ຮຽກ​ຮ້ອງ​ອີຣັກ​ກັ້ນ​ກາງ​ບໍ່​ໃຫ້​ອາ​ເມ​ລິ​ກາ​ແຊກ​ແຊງ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣານ​ກັບ​ອີ​ຣັກ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 12 ມັງກອນ, ກະຊວງ​ການ​ຕ່າງປະ​ເທດ​ອີຣານກ່າວ​ວ່າ, ລັດຖະບານ​ອີຣັກບໍ່​ຄວນ​ອະນຸຍາດ​ໃຫ້​ອາ​ເມ​ລິ​ກາ​ສືບ​ຕໍ່​ແຊກ​ແຊງ​ການ​ພົວພັນ​ລະຫວ່າງ​ອີຣານກັບ​ອີຣັກ.

ກະຊວງ​ການ​ຕ່າງປະ​ເທດ​ອີຣານ​ໄດ້​ອອກ​ຖະ​ແຫຼງການ​ສະບັບ​ໜຶ່ງ​ຂຽນ​ວ່າ, ​ມື້​ດຽວ​ກັນ, ​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອີຣານທີ່​ຮັບຜິດຊອບ​ວຽກ​ງານ​ອ່າວ​ເປີ​ເຊຍ​ໄດ້​ພົບ​ປະ​ເອກ​ອັກຄະ​ລັດຖະທູດ​ອີຣັກປະຈຳ​ອີຣານ, ​ໄດ້​​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ຕໍ່ອາ​ເມ​ລິ​ກາຈັບ​ເຈົ້າໜ້າ​ທີ່​ການ​ທູດ​ຂອງ​ອີຣານປະຈຳ​ອີຣັກ, ​ກ່າວວ່າ, ຫວັງ​ໃຫ້​​ເຈົ້າໜ້າ​ທີ່​ອີຣັກ​ໃຊ້​ມາດ​ຕະການ​ປ່ອຍ​ເຈົ້າໜ້າ​ທີ່​ການ​ທູດ​ທີ່​ຖືກ​ກັກ​ຕົວເຫຼົ່ານີ້ຢ່າງ​ວ່ອງ​ໄວ, ​ແລະ​ກ່າວ​ປະນາມ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ.

ວັນ​ທີ 12 ມັງກອນ, ທ່ານ​ແມັກ​ໂຄ​ມາກ ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຊາວ​ອີຣານ 5 ຄົນ​ທີ່​ທະຫານ​ອາ​ເມ​ລິ​ກາ​ຈັບ​ໃນ​ວັນ​ທີ 11 ມັງກອນ​ນັ້ນບໍ່​ມີ​ຖານະ​ການ​ທູດ, ຕຶກ​ທີ່​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຫຼອນ​ໂຈມ​ຕີນັ້ນກໍບໍ່​ແມ່ນ​ສະຖານກົງສູນ​ອີຣານ, ພຽງ​ແຕ່​ແມ່ນ​ຕຶກຫຼັງໜຶ່ງ​ທີ່​ຊາວ​ອີຣານ​ໃຊ້​ຢູ່​​ບົນ​ດິນ​ແດນ​ອີຣັກ​ເທົ່າ​ນັ້ນ.

ມື້​ດຽວ​ກັນ, ທ່ານ​ສ​ະໂນ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງການ​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​ມີ​ແຜນການ​ກໍ່​ສົງຄາມ​ຕໍ່​ອີຣານ​ແລະ​ຊີ​ເຣຍ.

ຕອນ​ຮຸ່ງ​ເຊົ້າວັນ​ທີ 11 ມັງກອນ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້ຫຼອນ​ໂຈມ​ຕີ​ສະຖານກົງສູນ​ອີຣານທີ່​ຕັ້ງຢູ່​ອາ​ບິນ ​ເມືອງ​ພາກ​ເໜືອ​ອີຣັກ, ​ໄດ້​ຈັບຕົວ 5 ຄົນ​ໃນ​ສະຖານກົງສູນ, ​ແລະ​​ຮິບ​ເອົາ​ຄອມ​ພິວ​ເຕີ​ແລະ​ເອກະສານ​ຈຳນວນ​ໜຶ່ງ.