ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-15 19:56:19    
ທ່ານ​ເວີ່ນ​ເຈ່ຍ​ປາວ​ເຈ​ລະ​ຈາ​ກັບ​ທ່ານ​ນາງ​ອາ​ໂຣ​ໂຢ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 15 ມັງ​ກອນ​ນີ້,ຢູ່​ມາ​ນີລາ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດ​ຖະ​ມົນຕີ​ຈີນ​ໄດ້​ເຈລະ​ຈາ​ກັບ​ທ່ານ​ນາງ​ໂກຼ​ເຣຍ ມາ​ຄາ​ພາ​ກາ ອາ​ໂຣ​ໂຢ ປະທາ​ນາທິບໍ​ດີ​ຟີ​ລິບ​ປິນ,ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​​ເຫັນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ​ສອງ​ຝ່າຍແລະ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສົນ​ໃຈ​ນຳ​ກັນ.

ໃນ​ເວລາ​ເລີ່​ມ​ເຈລະ​ຈາ,ທ່ານ​ນາງ​ອາ​ໂຣ​​ໂຢ​ເວົ້າ​ວ່າ,ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,ການ​ພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ພະລັງ​ຊີວິດ​ຫຼາຍ​ກວ່າ​ໝູ່.ການ​ພົວພັນ​ລະ​ຫວ່າງ​ຟີ​ລິບ​ປິນກັບ​ຈີນ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ໃນ​ປະຫວັດ​ສາດ,ສະ​ນັ້ນ,ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ເທື່ອ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າ​ວ່າ,ຈຸດ​ປະສົງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ມິດຕະ​ພາບ​ກັບ​ຟີ​ລິບ​ປິນ,​ເປີດ​ກວ້າງ​ການ​ຮ່ວມ​ມື.​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຟີ​ລິບ​ປິນຂະ​ຫຍາຍ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ​ ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ເວີ່ນ​​ເຈ່ຍ​ປາວ​ເດີນທາງ​ໄປ​ຮອດ​ມາ​ນີລາ​ໃນ​ວັນ​ທີ 15 ມັງກອນນີ້,​ເລີ່​ມຢ້ຽມຢາມ​ຟີ​ລິບ​ປິນຢ່າງ​ເປັນ​ທາງ​ການ.ກ່ອນການ​ເຈລະຈາ,ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ​ໃຫ້​ກຽດ​ຕ້ອນຮັບ​ທີ່​ທ່ານ​ນາງ​ອາ​ໂຣ​ໂຢຈັດ​ຂຶ້ນ.