ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-17 15:58:37    
ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ຈີນ​ກ່າວ​ວ່າ​ເດັດ​ຂາດ​ແຜ່ນ​ດິນ​ໃຫຍ່​ຈີນ​ຈະ​ບໍ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 17 ມັງກອນ​ນີ້,ຢູ່​ປັກ​ກິ່ງ, ທ່ານ​ຢາງ​ອີ້ ​ໂຄ​ສົກ​ຜູ່​ໃຫມ່​ຂອງ​ຫ້ອງ​ການ​ວຽກ​ງານ​​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວວ່າ, ປີນີ້​ແມ່ນ​ປີ​ສຳ​ຄັນ​ທີ່​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຊ່ອງ​ແຄບໄຕ້​ຫວັນ.ຝ່າຍ​ແຜ່ນດິນ​ໃຫຍ່​ເດັດຂາດ​ບໍ່ຍອມ​ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ, ​​ແລະ​ເດັດ​ຂາດ​ບໍ່​ອະນຸຍາດ​ໃຫ້​​ໃຜ​ມາແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ຈະດ້ວຍ​ຮູບ​ການ​ໃດໆ​ກໍ່​ຕາມ.

​ໃນ​ກອງປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ເປັນ​ປະຈຳ,ທ່ານ​ຢາງອີ້​ກ່າວວ່າ,ປີນີ້, ກິດຈະກຳ​ຂອງເຈົ້າຫນ້າ​ທີ່​ໄຕ້​ຫວັນທີ່​ຈະປະຕິ​ຮູບ​ອັນ​ທີ່​ວ່າ​ລັດຖະທຳ​ມະນູນ​ເພື່ອ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະລາດ​ຖືກຕ້ອງ​ຕາມ​ກົດຫມາຍ​ນັ້ນ​ໄດ້​ເຂົ້າສູ່​ໄລຍະຈິງ​ຈັງແລ້ວ, ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​​ໃຫຍ່.ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ສືບ​ຕໍ່​ຍຶດ​ຫມັ້ນ​ທິດ​ທາງ​ພື້ນຖານ​ທີ່​ໂຮມ​ປະ​ເທດ​​ໃຫ້​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ,ປະ​ເທດ​ຫນຶ່ງ​ສອງ​ລະ​ບອບ,ພະ​ຍາຍາມ​ສ້າງ​ການ​ພົວພັນ​ສອງ​ຝັ່ງ​ທີ່​ຂະ​ຫຍາຍ​ຕົວ​ຢ່າງ​ສັນຕິ​ແລະ​ຫມັ້ນ​ທ່ຽງ,ສືບຕໍ່​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ບຸກຄົນ​ຂອງ​ແຜ່ນ​ດິນ​ໃຫຍ່​ກັບ​ໄຕ້​ຫວັນ, ຫວັງ​ວ່າ​ປະຊາຊົນ​ແຜ່ນດິນ​ໃຫຍ່​ຈີນ​ຈະ​ໄດ້​ໄປ​ທ່ອງ​ທ່ຽວ​ຢູ່​ໄຕ້​ຫວັນ​ໂດຍ​ໄວ,​ແລະ​ມີ​ບາດກ້າວ​ໃຫມ່​ໃນ​ດ້ານ​ການ​ໃຫ້​ສອງ​ຝັ່ງ​ບັນລຸ​ການ​ຄ້າ​ ​ໄປສະນີ​ ການ​ເດີນ​ເຮືອ​ແລະ​ການບິນ​ໂດຍ​ກົງ.