ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-17 16:56:27    
ສື່​ມວນ​ຊົນ​ສິງ​ກະ​ໂປ​ຕີ​ລາ​ຄາ​ສູງ​ຕໍ່​ອາ​ຊຽນ​ກັບ​ຈີນ​ທີ່​ເຊັນ​ສັນ​ຍາ​ການ​ຄ້າ​ດ້ານ​ການ​ບໍ​ລິ​ການ​ຂອງ​ເຂດ​ການ​ຄ້າ​ເສ​ລີ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ:ຫນັງ​ສື​ພິມ​ຫລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 17 ມັງກອນ​ນີ້​ໄດ້​ພິມ​ບົດ​ນຳ, ຕີ​ລາຄາສູງ​ຕໍ່​ອາ​ຊຽນ​ກັບ​ຈີນ​ທີ່ໄດ້​ເຊັນ​ສັນຍາ​ການ​ຄ້າ​ບໍລິການ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຫວ່າງ​ມໍ່ໆ​ນີ້,​ເຫັນ​ວ່າ​ສອງ​ຝ່າຍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ​ຈາກ​ສັນຍາ​ນີ້.

ບົດ​ນຳ​ຂຽນ​ວ່າ, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ກຳລັງ​​ແຮງ​ບົ່ມ​ຊ້ອນ​ຢ່າງ​ຫລວງ​ຫລາຍ.ບົດ​ນຳ​ເຫັນ​ວ່າ, ອາ​ຊຽນ​ກັບ​ຈີນ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ດ້ານ​ສິນຄ້າ​ແລະ​ສັນຍາ​ການ​ຄ້າ​ບໍ​ລິ​ການ​ແລ້ວ, ປັດຈຸບັນ​ຍັງ​ພວມ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນຍາ​ການ​ລົງທຶນ​ກັນ​ຢູ່.ສັງ​ເກດ​ຈາກ​ຂະ​ບວນ​ວິ​ວັດ​ໃນ​ສະ​ເພາະ​ຫນ້ານີ້​ເຫັນ​ວ່າ, ​ເປົ້າຫມາຍ​ທີ່​ສອງ​ຝ່າຍ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ​ໃນ​ປີ 2010 ນັ້ນ​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ຕາມ​ເວລາ​ກຳນົດ.