ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-18 16:27:46    
ທ່ານຫຼີຊາງ​ຊຸ່ນກ່າ​ວວ່າ,​ເພີ່ມ​ການ​ສ້າງ​ຄຸນ​ຄ່າ​ດ້ານ​ຈິດ​ໃຈ​ແລະ​ເງື່ອນ​ໄຂ​ວັດ​ທະ​ນະ​ທຳ​ໃຫ້​ແກ່​ການ​ສ້າງ​ຊົນ​ນະ​ບົດ​​ໃໝ່​ສັງ​ຄົມ​ນິ​ຍົມ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ: ທ່ານຫຼີຊາງ​ຊຸ່ນ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າ​ວວ່າ, ຕ້ອງ​ເພີ່ມ​ທະວີ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານວັດທະນະທຳ​ໃນ​ຊົນນະບົດ, ຍົກລະດັບອາລະຍະທຳ​ຊົນນະບົດ​ແລະ​ຄຸນທາດ​ໂດຍ​ລວມຂອງ​ຊາວ​ກະສິກອນ​​ໃຫ້​ສູງ​ຂຶ້ນເລື້ອຍໆ, ​​ເພີ່ມ​ການ​ສ້າ​ວຄຸນຄ່າ​ດ້ານຈິດ​ໃຈ, ການສະ​ໜັບສະ​ໜູນດ້ານ​ພະລັງປັນຍາແລະ​ເງື່ອນ​ໄຂ​ວັດທະນະ​ທຳ​ອັນ​ດີງາມ​ໃຫ້​ແກ່ການ​ສ້າງ​ຊົນ​ນະ​ບົດ​ໃໝ່ສັງຄົມ​ນິຍົມ​.

ຫວ່າງ​ມໍ່ໆ​ນີ້, ທ່ານຫຼີຊາງ​ຊຸ່ນ​ໄດ້​​ໄປສຳຫຼວດ​ຊົນນະບົດ, ​ເຂດ​ຊຸມ​ຊົນ, ຫົວໜ່ວຍໂຄສະນາວັດທະນະທຳ​ຂອງ​ເມືອງ​ຈ້າ​ນຈ່ຽງ, ກວາງ​ໂຈ່​ວ, ຊາວ​ກ່ວນ​ແລະ​ແຫ່ງ​ອື່ນໆຂອງ​ແຂວງ​ກວງ​ຕຸ້ງ, ​​ເພື່ອ​ເກັບ​ກຳ​ຂໍ້​ມູນ​​ໃນການ​ສ້າງ​ຊົນນະບົດ​​ໃໝ່ສັງຄົມ​ນິຍົມ​​​ແລະ​​ເພີ່​ມທະວີ​ການ​ສ້າ​ງສາວັດທະນະທຳ​​ໃນຊົນນະບົດ.

ທ່ານຫຼີຊາງ​ຊຸ່ນກ່າວ​ເນັ້ນ​ວ່າ, ສ້າງ​ລະບົບ​ບໍລິການ​ວັດທະນະທຳ​ສາທາ​ລະນະ​ໃນ​ຊົນນະບົດ, ຕ້ອງ​ເພີ່​ມທະວີ​ການ​ກໍ່ສ້າງການ​ບໍລິການວັດທະນະທຳ​ສາ​ທາ​ລະນະ​ທີ່​ນຳ​ທາງ​ໂດຍ​ລັດຖະບານ. ຕ້ອງ​ເຮັດ​​ໃຫ້​ທຸກ​ບ້ານ​ມີ​ວິທະຍຸ​ຟັງແລະ​ມີໂທລະພາບ​ເບິ່ງ, ​ເລັ່ງລັດ​ສ້າ​ງ​ກິດຈະການ​ແບ່ງປັນ​ຊັບພະຍາກອນ​ຂໍ້​ມູນ​ຂ່າວສານວັດທະນະທຳທົ່ວ​ປະ​ເທດ, ດຳ​ເນີນກິດຈະການ​ໃຫ້​ຄວາມ​ສະດວກ​ດ້ານ​ວັດທະນະທຳ​​ແກ່ຊາວ​ກະສິກອນ​, ​ເຊັ່ນ: ຈັດ​ຕັ້ງການ​ສາຍຮູບ​ເງົາ​ຢູ່​ຊົນນະບົດ, ​ສ້າງ​ຫ້ອງ​ສະໝຸດ​ຂອງ​ຊາວນາເປັນ​ຕົ້ນ​ໃຫ້​ດີ, ສະໜອງ​ຜະລິດ​ຕະພັນ​​ແລະ​ການ​ບໍລິການ​ດ້ານ​ວັດທະນະທຳ​ສາທາລະນະທີ່​ປະຊາຊົນ​ຊົນນະບົດ​ຕ້ອງການ​ນັ້ນ​ໃຫ້ຫຼາຍກວ່າ​ເກົ່າ​ແລະ​ດີກວ່າ​ເກົ່າ​. ຕ້ອງ​ເອົາ​ໃຈ​ໃສ່ໃນ​ລະດັບ​ສູງ​ນຳ​ການ​ສ້າງຫໍ​ວັດທະ​ນະທຳ​ຢູ່​ຊົນນະບົດ​, ​ແລະ​ເສີມ​ຂະຫຍາ​ຍບົດບາດ​ອັນ​ຕັ້ງໜ້າ​ຂອງ​ຫໍວັດທະນະທຳ​ສັງ​ລວມຂອງ​ຊົນນະບົດທີ່​ສະ​ໜອງການ​ບໍລິການ​ວັດທະ​ນະທຳ​ສາທາ​ລະ​ນະ, ຊີ້​ນຳ​ການ​ເຄື່ອນ​ໄຫວ​ວັດທະນະທຳຂັ້ນ​ພື້ນຖານ, ​ແລະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕະຫຼາດວັດທະນະທຳ.