|
 |
(GMT+08:00)
2007-01-19 17:24:45
|
 |
ລັດວິສາຫະກິດສູນກາງຈະເລັ່ງລັດການປັບປຸງໃຫມ່ໃນປີ 2007
cri
Author: sayvanny
ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້,ທ່ານລີຢົງຢົງ ປະທານຄະນະກຳມະການຕິດຕາມກວດກາຊັບສິນຂອງລັດຂອງຄະນະລັດຖະບານຈີນກ່າວວ່າ, ປີ 2007, ລັດວິສາຫະກິດສູນກາງຈະເລັ່ງລັດການປັບປຸງຄືນໃຫມ່,ເພື່ອສ້າງພື້ນຖານໃຫ້ແກ່ການບັນລຸເປົ້າຫມາຍຫລຸດລັດວິສາຫະກິດສູນກາງໃຫ້ຫນ້ອຍລົງເຖີງ 80 ຮອດ 100 ແຫ່ງໃນປີ 2010.
ໃນກອງປະຊຸມຜູ່ຮັບຜິດຊອບຂອງລັດວິສາຫະກິດສູນກາງ,ທ່ານລີຢົງຢົງເວົ້າວ່າ, ແຕ່ປີນີ້ໄປ, ຕ້ອງເພີ່ມຄວາມແຮງໃນການເຮັດວຽກ, ນອກຈາກລັດວິສາຫະກິດສູນກາງຈະສືບຕໍ່ປັບປຸງຄືນໃຫມ່ຕໍ່ໄປແລ້ວ,ຍັງຕ້ອງຖືຜູ່ລົງທຶນເປັນຜູ່ນຳທາງ,ຊຸກຍູ້ລັດວິສາຫະກິດສູນກາງຮ່ວມກັນປັບປຸງຕາມແຜນການແບ່ງງານ.
ຕັ້ງແຕ່ສ້າງຕັ້ງຄະນະກຳມະການຕິດຕາມກວດກາຊັບສິນຂອງລັດທີ່ເປັນຜູ່ລົງທຶນໃນລັດວິສາຫະກິດສູນກາງມານນີ້,ວິສາຫະກິດດັ່ງກ່າວໄດ້ປັບປຸງຫລາຍເທື່ອແລ້ວ, ຈຳນວນລັດວິສາຫະກິດສູນກາງໄດ້ຈາກ 196 ແຫ່ງໃນແຕ່ກ່ອນຫລຸດລົງເຫລືອ 159 ແຫ່ງໃນປັດຈຸບັນ.
ທ່ານລີຢົງຍັງກ່າວວ່າ, ທຶນຂອງລັດຈະໂຮມສູນຢູ່ໃນລະບົບເຄືອຂ່າຍ ພະລັງໄຟຟ້າ ນ້ຳມັນເຊື້ອໄຟ ເຄມີນ້ຳມັນເຊື້ອໄຟ ໂທລະຄົມມະນາຄົມ ເຫລັກກ້າ ການບິນພົນລະເຮືອນແລະວິສາຫະກິດຫລັກແຫລ່ງສຳຄັນ,ເພື່ອຮັກສາກຳລັງຄວບຄຸມຂອງເສດຖະກິດແຫ່ງລັດໃນຂົງເຂດເຫລົ່ານີ້.
|
|
|