ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-19 20:35:06    
ພະຍາຍາມ​ສ້າງ"ມະຫາຄອບຄົວທີ່​​​ເອົາ​ໃຈ​ໃສ່​ກັນ​ແບ່ງປັນ​ກັນ​ແລະ​ເປັນ​ໜຶ່ງ​ດຽວ"

cri
------​ເບິ່ງ​ໄປ​ທີ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນແລະກອງ​ປະຊຸ​ມສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 2
ທີ່​ນີ້ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ! ຕໍ່​ໄປ​ແມ່ນ​ລາຍການ​ຈີນ​ກັບ​ອາ​ຊຽນ
ທ່ານ​ຜູ່​ຟັງ​ທີ່​​​ເຄົາລົບ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 12, ກອງ​ປະຊຸມສຸດ​ຍອດອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະສ.​ເກົາຫຼີຫຼື(ອາ​ຊຽນ+3),ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ຈີນຄັ້ງ​ທີ10​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 2, ຈະ​ຈັດ​ຂຶ້ນ​ຢູ່​ແຂວງ​ເຊ​ບູ​ພາກ​ກາງຂອງ​ຟີ​ລິບ​ປີນ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 15 ມັງກອນ​ນີ້. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ"ມະຫາຄອບຄົວ​ທີ່​​​ເອົາ​ໃຈ​ໃສ່​ກັນແບ່ງ​ປັນ​ກັນ​​ແລະ​ເປັນ​ໜຶ່ງ​ດຽວ". ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕ່າງໆທີ່​ກ່ຽວຂ້ອງ. ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ປີ​ນີ້​ຈະ​ປຶກສາ​ຫາລື​ບັນຫາ​ຫຍັງ​ແລະ​ອາດ​ຈະ​ໄດ້​ຮັບ​ໝາກຜົນ​ແນວ​ໃດ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງຫຼາຍ. ​ສື​ຈີ​ງຫົງ ນັກ​ຂ່າວ​ພິ​​ເສດ​ຂອງCRI​ໄດ້​ສຳພາດ​ທ່ານ​ຈາ​ຍຄຸ່ນ ຫົວໜ້າ​ຫ້ອງ​ຄົ້ນຄວ້າ​ອາຊີ​ອາ​ຄະ​ເນ​ແລະ​ທະວີບ​ໂອ​ເຊ​ອາ​ນີຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນຍຸກປັດຈຸບັນຂອງ​ຈີນ, ຕໍ່​ໄປ, ​ເຊິ່ງຟັງ​​ເນື້ອ​ໃນລະອຽດ:
​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຕ່າງໆ, ຈະ​ຈັດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 12, ກ່ອນໝູ່, ຕາມ​ຄະນະ​ກຳມະການ​ຈັດ​ກອງ​ປະຊຸ​ມສຸດ​ຍອດເຜີຍ​ໃຫ້​ຮູ້​ວ່າ, ຜູ່​ນຳ10​ປະ​ເທດ​ອາ​ຊຽນທີ່​ຈະ​ຮ່ວມ​ປະຊຸມ​, ຈະ​ປຶກສາ​ຫາລືກັນ​ກ່ຽວ​ກັບບັນຫາ​ສຳຄັນ​ທີ່ກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ແລະ​ການ​ພັດທະນາ​ໃນ​ອະນາ​ຄົດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ເຊັ່ນ ​ການສ້າງ"ກົດ​ບັດ​ອາ​ຊຽນ" ການ​ລົງທຶນ​ການ​ຄ້າ, ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ການ​ເຈລະຈາ6​ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ​ເປັນ​ຕົ້ນ. ຕໍ່​ເລື່ອງ​ນີ້, ທ່ານຈາ​ຍ​ຄຸ່ນ​ເຫັນ​ວ່າ, ຫົວ​ຂໍ້​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ແມ່ນ​ບັນດາ​ປະ​ເທດ​ອາ​ຊຽນຈະ​ລົງ​ນາມ​ໃນ"ກົດ​ບັດ​ອາ​ຊຽນ"​ໃນ​ກ​ອງປະຊຸມ​ເທື່ອ​ນີ້​ຫຼື​ບໍ່.
(ປ່ອຍ​ສຽງ 1)
"ຍ້ອນ​ວ່າ​ກົດ​ບັດ​​ນີ້​ແມ່ນ​ຫຼັກການ​ທີ່​ວາງ​ອອກ​ເພື່ອ​ການພັດທະນາ​​ຍາວ​ນານຂອງ​ອາ​ຊຽນ. ​ເມື່ອປີ2003, 10ປະ​ເທດ​ອາ​ຊຽນກໍ​ໄດ້​ຕົກລົງກັນ​ວ່າ, ຈະ​ສ້າງ​ປະຊາ​ຄົມ​ໜຶ່ງ​ທີ່​ຄ້າຍຄືກັບ​ກັບສະຫະພາບ​ເອີ​ລົບ​ໃນ​ປີ2020, ທີ່​ປະກອບ​ດ້ວຍງ3​ພາກສ່ວນຄື: ປະຊາ​ຄົມ​ເສດຖະກິດ, ປະຊາ​ຄົາຄວາມໝັ້ນຄົງ​ແລະ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ. ຢາກ​ສ້າງ​ປະຊາ​ຄົມ​ນີ້, ກໍ​ຕ້ອງ​ສາມັຄີ​ກັນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ​, ​ເຕົ້າ​ໂຮມກຳລັງ​ກັນ​ມາ​ຮັບ​ມືກັບ​ການ​ທ້າ​ທາຍຫຼື​ການ​ຂົ່ມຂູ່​ຕ່າງໆ."
​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ທີ່​ຈັດ​ຂຶ້ນ​ຕາມ​ຫຼັງ​ເຊັ່ນກອງ​ປະຊຸມອາ​ຊຽນ+3ແລະ​ກອງ​ປະຊຸມອາ​ຊຽນ+1ນັ້ນ, ຈີນ​ກັບ​ອາ​ຊຽນຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ຈະ​ຜັນ​ຂະຫຍາຍ​ກັນ​ຂອງສອງ​ຝ່າຍ​​ໃນ​​ເດືອນ​ພະຈິກ​ປີ​ກາຍ​ນີ້​ແນວ​ໃດ. ຝ່າ​ຍຈີນ​ຈະ​ສະ​ເໜີ​ຂໍ້​ລິ​ເລີ່​ມຕ່າງໆ​ຢ່າງລະອຽດໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດຕ່າງໆ, ​ເພື່ອ​ປັບປຸງ​ແລະ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ. ທ່ານ​ຈາ​ຍ​ຄຸ່ນ​ເຫັນ​ວ່າ, ຄາດ​ວ່າ​ໃນ​ໄລຍະ​ກອງປະຊຸມ​ເທື່ອ​ນີ້, ຈີນ​ກັບ​ອາ​ຊຽນຈະ​ສືບ​ຕໍ່​ພະຍາຍາມ​ເພື່ອ​ຊຸກຍູ້​ການສ້າງ​​ເຂດ​ການ​ຄ້າ​ເສລີ​ຈີນ​-ອາ​ຊຽນ. ທ່ານ​ເຫັນ​ວ່າ, ຖ້າວ່າ​ຈີນ​ກັບ​ອາ​ຊຽນສາມາດ​ສ້າງ​ເຂດ​ການ​ຄ້າ​ເສລີ​​ສຳ​ເລັດ​ກ່ອນ​ປີ2010​ຕາມ​ເວລາ​ກຳນົດ​ແລ້ວ, ຈະ​ມີ​ຜົນ​ດີ​ຕໍ່​ຈີນ​ແລະ​ຕໍ່ພາກ​ພື້ນ​ແຫ່ງ​ນີ້. ທ່ານ​ເວົ້າ​ວ່າ:
(ປ່ອຍ​ສຽງ 2)
"ສຳລັບ​ຈີນ, ພວກ​ເຮົາ​ສາມາດ​ໃຫ້​ຜະລິດ​ຕະພັນ​ອາ​ຊຽນສົ່ງເຂົ້າ​ຕະຫຼາດ​ຈີນຫຼາຍ​ກວ່າ​ເກົ່າ, ​ແລະກໍ​ສາມາດ​ໃຫ້ນັກ​ລົງທຶນຂອງ​ຈີນ​ໄປ​ລົງທຶນ​ຢູ່​ປະ​ເທດ​ອາຊີ​ອາຄະ​ເນ​ຫຼາຍ​ກວ່າ​ເກົ່າ; ສຳລັບ​ປະ​ເທດ​ອາຊີ​ອາຄະ​ເນ, ພວກ​ເຂົາ​ເຈົ້າ​ກໍ​ຕ້ອງ​ຮັບ​ມື​ກັບ​ຄວາມສ່ຽງ​ຕ່າງໆທີ່​ເນື່ອງ​ຈາກ​ເສດຖະກິດ​ໂລກາ​ວິວັດ, ​ພວກ​ເຂົາ​ເຈົ້າ​ກໍ​ຕ້ອງ​ຊອກ​ຫາ​ຕະຫຼາດ​ໃໝ່​ແລະ​ແຫຼ່ງທຶນ$ມ່, ​ຈີນ​ກໍ​ແມ່ນ​ເປົ້າ​ໝາຍ​ທີ່​ດີ​ທີ່​ສຸດ​ສຳລັບ​ເຂົາ​ເຈົ້າ. ຖ້າ​ຈີນ​ແລະ​ອາຊຽນ​ໄດ້​ສ້າງ​ເຂດ​ການ​ຄ້າ​ເສລີ​ກ່ອນ​, ​ເພິ່ນກໍ​ສາມາດ​ຊຸກຍູ້​ອາ​ຊຽນກັບສ.​ເກົາ​ຫຼີ​ແລະ​​ອາຊຽນກັບ​ຍີ່ປຸ່ນສ້າງ​ເຂດ​ການ​ຄ້າ​ເສລີ​, ​ແລ້ວ​ຈິງມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ."
ກ່ຽວ​ກັບສະພາບ​ປັດຈຸບັນ​ແລະ​​ອະນາຄົດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ປະກອບ​ດ້ວຍ10​ປະ​ເທດ​ອາ​ຊຽນກັບຈີນ ຍີ່ປຸ່ນ ສ.​ເກົາຫຼີ ອິນ​ເດຍ ​ອົສຕຼາລີ​ແລະ​ນູ​ແວັນ​ເຊ​ລັງ, ທ່ານ​ຈາ​ຍ​ຄຸ່ນ​ເຫັນ​ວ່າ, ນີ້​ແມ່ນ​ບັນຫາ​ໜຶ່ງ​ທີ່​ອ່າວ​ສັບສົ​ນ, ຕ້ອງ​ເອົາ​ກັບ​ກອງ​ປະຊຸມ​ສຸດ​ຍອດອາຊີ​ຕາ​ເວັນ​ອອກພົວພັນ​ກັບ​ກອງ​ປະຊຸມ​ອາ​ຊຽນບວກ​ສາມ. ກອງ​ປະຊຸມ​ສຸດ​ຍອດ​​ປີ​ກາຍ​ນີ້​ໄດ້​​ແບ່ງ​ງານ​ກ່ຽວ​ກັບ​ສອງ​ກົນ​ໄກ​ດັ່ງກ່າວ​​ໂດຍ​ພື້ນຖານ​ແລ້ວ, ນັ້ນ​ກໍ​ຄືກ​ອງປະຊຸມອາ​ຊຽນ+3ຍັງ​ແມ່ນ​ເວທີ​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​ຕົ້ນຕໍ, ​ສ່ວນກົນ​ໄກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ພັດແມ່ນ​ວິທີ​ປາ​ໄສ​​ແຫ່ງໜຶ່ງ​ທີ່​ຄົ້ນຄວ້າ​ບັນຫາ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ສະ​ນັ້ນ, ອາ​ຊຽນ+3​ແມ່ນ​ກົນ​​ໄກ​ໜຶ່ງ​ທີ່​ຄົ້ນຄວ້າ​ບັນຫາ​ຕົວ​ຈິງ, ສ່ວນກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ພັດ​​ແມ່ນ​ກົນ​ໄກ​ໜຶ່ງ​ທີ່ຄົ້ນຄວ້າບັນຫາ​ແບບ​ລວມໆ​ໂດຍ​ບໍ່​ໄດ້​ລົງ​ເລິກ.
(ປ່ອຍ​ສຽງ 3)
"​ໃນ​ບັນຫາ​ນີ້, ​ຂ້າພະ​ເຈົ້າເຫັນ​ວ່າ​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ຄວນ​ພິຈາລະນາ​ໃຫ້​​ຖີ່​ຖ້ວນ​ຫຼື​ສັງ​ເກດ​ການສັງ​ເກດ​ການ​ເລິ່ງກ່ອນ​ຈິ່ງ​ທຳ​ການ​ຕົກລົງ​. ​ເບິ່ງ​ຈາກ​ປະຊາ​ຄົມ​ໂລກ, ການ​ຮ່ວມ​ມື​ພາກ​ພື້ນ​ຂອງສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ​ລາ​ຕິນ, ອາຊີ​ໃຕ້​ຫຼື​ອາ​ຟຼິກາ​ລ້ວນ​ແຕ່​ເຂົ້າ​ສູ່​ໄລຍະປ່ຽວ​ໄປ​ປ່ຽວມາ. ຕະຫຼອດ​ແຕ່​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​ພັດ​ໄດ້ປະກົດ​ມີ​ສະພາບການ​ໃໝ່, ຄືນ​ອກຈາກ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ແລ້ວ, ​ປະ​ເທດ​ອື່ນໆ​ກໍ​ຢາກ​ຈະ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ, ການ​ຮ່ວມ​ມື​​ແບບ​ນີ້​ຈະ​ດຳ​ເນີນ​​ໄປ​ແນວ​ໃດ, ລັດທິ​ພາກ​ພື້ນ​ໄຂປະຕູ​ຈະປະຕິບັດ​ເປັນ​ແນວ​ໃດ, ​ລ້ວນ​ແຕ່​ແມ່ນ​ບັນຫາ​ທີ່​ໃຫ້​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກຄົ້ນ​ຄິດ​ຕື່ມ​ອີກ. ​ເມື່ອຜ່ານ​​ໄປ​ຫຼາຍ​ປີ​ແລ້ວ​ຈິ່ງ​ຕົກລົງ​ທິດ​ທາງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຕື່ມອີກ, ​ເຮັດ​ໃຫ້​ມັນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ຮ່ວມ​ມືຂອງ​ອາ​ຊຽນ+3, ​ການ​ເປັນ​ສອງ​ກົນໄກ​ທີ່​​ກົມກຽວ​ກັນ​ແລະ​ປະກອບ​ເຂົ້າກັນ​ທີ່​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ຂອງອາຊີ​ຕາ​ເວັນ​ອອກ."
ທ່ານ​ຜູ່​ຟັງ​ທີ່​ເຄົາລົບ​ທີ່​ຟັງ​ມາ​ນັ້ນ​ແມ່ນ​ບົດ​ລາຍ​ງານ: ພະຍາຍາມ​ສ້າງ"ມະຫາຄອບຄົວ​ທີ່​ເອົາ​ໃຈ​ໃສ່​ກັນ,​​ແບ່ງປັນ​ກັນ​ແລະ​ເປັນ​ໜຶ່ງ​ດຽວ". ລາຍການ​ຈີນ​ກັບ​ອາ​ຊຽນ​ເທື່ອ​ນີ້​ກໍ​ຈົບ​ລົງ​ພຽງ​ທໍ່​ນີ້. ພົບ​ກັນ​ໃໝ່​​ໃນ​ອາທິດ​ໜ້າ.