ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-20 17:54:31    
ກຳ​ປູ​ເຈຍ​ມີ​ແຜນ​ຈະ​ຮ່ວມ​ມື​ກັບ​ລາວ​ແລະ​ຫວຽດ​ນາມ,​ຕ້ານ​​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ພາກສ່ວນ​ສາທາລະນະ​ສຸກຂອງ​ກຳປູ​ເຈຍ​ມີ​ແຜນ​ຈະ​ຈັດ​ກອງ​ປະ ຊຸມ​ສາມ​ຝ່າ​ຍກັບ​ພາກສ່ວນ​ສາທາລະນະ​ສຸກ​ຂອງ​ລາວ​ແລະ​ຫວຽດນາມ​ໃນ​ໄວໆ​ນີ້,​ເພື່ອຫາ ລື​ເຮັດ​ແນວ​ໃດ​ພ້ອມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລາມ​ແລະ​ແຜ່​ລະບາດ​ຂອງພະ ຍາດ​ໄຂ້ຫວັດ​ສັດ​ປີກ.

ໜັງສືພິມ​ສະບັບ​ໜຶ່ງ​ຂອງ​ກຳປູ​​ເຈຍສະບັບວັນ​ທີ20​ມັງກອນໄດ້ຍົກ​ເອົາ​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ສາ​ທາລະນະ​ສຸກຂອງ​ກຳປູ​​ເຈຍ​ມາ​ແຈ້ງວ່າ,ກຳປູ​​ເຈຍ ລາວ​ແລະ​ຫວຽດ​ນາມ​ເຄີຍ​ດຳ​ເນີນ​ການ​ຮ່ວມ​ມື​​ຢູ່​​ເຂດຊາຍ​ແດນ​ໂດຍ​ແນ​ໃສ່​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ,​ແຕ່​ຫຼັກ​ການ​ຮ່ວມ​ມື​ບໍ່​ທັນໄດ້​ຈະ​ແຈ້ງ​ເທື່ອ.ກອງ​ປະຊຸມ​ຄັ້ງນີ້​ຈະ​ຈັດ​ຂຶ້ນຢູ່​ຫວຽດນາມ,ຝ່າຍ​ຕ່າງໆ​ຈະ​ແລກ​ປ່ຽນ​ບົດຮຽນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​​ໄຂ້ຫວັດ​ສັດ​ປີກ​ຕື່ມ​ອີກ,​ໂດຍ​ສະ​ເພາະ​ແມ່ນບົດຮຽນ​ໃນ​ການ​ກວດກາ​ແລະ​ຄຸ້ມ​ຄອງ​ການ​ສັນຈອນ​ໄປມາ​ຂອງ​ ບຸ​ກຄົນ​ແລະການ​ຈໍລະ​ຈອນ​ສິນຄ້າ​ປະ​ເພ​ດສັດ​ປີກ​ຢູ່​ເຂດ​ຊາຍ​ແດນ.

ຕາມ​ຂ່າວ​ແຈ້ງວ່າ,ຢູ່​ເຂດ​ຊາຍ​ແດນ​ກຳ​ປູ​ເຈຍ​ຫວຽດນາມ​ມີ​ດ່ານ​ອ່າວ​ຫຼາຍ,ການ​ຄຸ້ມ​ຄອງ​ອ່າວ​ຍາກ.ກ່ອນ​ໜ້າ​ນີ້,ພະຍາດ​ໄຂ້ຫວັດ​ສັດ​ປີກ​ເຄີຍ​ຈາກ​ຫວຽດນາມຜ່ານ​ເຂ​ດຊາຍ​ແດນ​ແຜ່​ເຂົ້າກຳປູ​ເຈຍ,ພາ​ໃຫ້ຫຼາຍຄົນ​ຕິດ​ແປ​ດ.