ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-20 20:29:08    
ຈີນ​ຫວຽດ​ນາມ​ຈະ​ສຳ​ເລັດ​ວຽກ​ງານ​ຕັ້ງ​ຫຼັກ​ໝາຍ​ຢູ່​ເຂດ​ຊາຍ​ແດນ​ທາງ​ບົກ​ໃນ​ປີ​2008

cri Author: shuo
ຕາມ​ຂ່າວCRI:ການ​ເຈລະຈາບັນຫາຊາຍ​ແດນ​ຂັ້ນລັດຖະບານ​ຮອບ​ທີ13​ລະຫວ່າງ​ຈີນ​ກັບ ຫວຽດນາມ​​ໄດ້ຈັດ​ຂຶ້ນຢູ່​ເມືອງ​ນານ​ນີງຂອງ​ຈີນ​​ແຕ່​ວັນ​ທີ18​ຮອດ​ວັນ​ທີ20​ມັງກອນ​ນີ້.ຈີນ​ ຫວຽດນາມ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ວ່າ:ຈະ​ເລັ່ງລັດ​ຊຸກຍູ້​ຂະ​ບວນການ​ສຳ​ຫຼວດຊາຍ​ແດນ​ແລະ​ຕັ້ງຫຼັກໝາຍ​ຢູ່​ເຂດ​ຊາຍ​ແດນ​ທາງບົກ​ໃຫ້​ໄວ​ເຂົ້າ,ຮັບປະກັນ​ອີງຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ຜູ້ນຳ​ສອງ​ປະ​ເທດ,ຢ່າງ​ຊ້າ​ສຳ​​ເລັດ​ວຽກ​ງານ​ສຳ​ຫຼວດຊາຍ​ແດນ​ແລະ​ຕັ້ງຫຼັກໝາຍ​ທັງ​ໝົດ​ໃນ​ປີ2008.

​ສອງ​ຝ່າຍ​ຍັງ​ເຫັນ​ດີ,​ໃຫ້ຮັກສາ​ທ່ວງທ່າ​ການ​ເຈລະຈາ​ບັນຫາ​ທາງ​ທະ​ເລ,ຕັ້ງໜ້າ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ການ​ພ້ອມ​ກັນ​ພັດທະນາ,ສືບ​ຕໍ່​ປະຕິບັດ​ສັນຍາ​ລະຫວ່າງ​ຈີນ ຫວຽດນາມ​ແລະ​ຟິລິບ​ປິນ​ໃຫ້​ດີ.ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​ແລະການ​ພ້ອມ​ກັນ​ພັດທະນາ​ເຂດ​ທະ​ເລ​ຢູ່​ນອກ​ປາກ​ອ່າວ​ພາກ​ເໜືອ​ນັ້ນຢ່າງ​ໝັ້ນທ່ຽງ.ພ້ອມ​ກັນ​ຮັກສາ​ສະຖຽນ​ລະ​ພາບ​ເຂດ​ຊາຍ​ແດນ,ສ້າງ​ເງື່ອນ​ໄຂ​ທີ່​ດີ​ຕໍ່ການ​ເຈລະຈາ​ຊາຍ​ແດນ.

ສອງ​ຝ່າຍ​ເຫັນ​ວ່າ,ການ​ເຈລະຈາ​ຮອບ​ນີ້​ໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ,​ແລະ​ໄດ້​ປະກອບ ສ່ວນ​​ເທົ່າ​ທີ່​ຄວນ​ເພື່ອ​ປົກ​ປັກ​ຮັກສາ​ແລະ​ຂະຫຍາຍ​ການ​ພົວພັນ​​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ຫວຽດນາມ.