ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-21 17:51:51    
ການ​ຄ້າ​ລະ​ຫວ່າງ​ເຂດ​ກວາງ​ຊີ​ກັບ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນ​3​ເທົ່າ​ພາຍ​ໃນ​6​ປີ

cri Author: shuo
ຕາມ​ຂ່າວສາ​ນຊິນ​ຮວາ:ດ່ານ​ພາສີ​ເຂດ​ກວາງຊີ​ຈີນ​ໄດ້​ສະໜອງຕົວ​ເລກ​ຫຼ້າສຸດ​ສະ​ແດງ​​ໃຫ້​ເຫັນ​ວ່າ,ປີ2006,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ເຂດ​ກວາງຊີ​ກັບ​ອາ​ຊຽນມີ​ປະມານ1​ຕື້​830ລ້ານ​ໂດ​ລາ,​ແມ່ນ4,3​ເທົ່າ​ຂອງ​ປີ2001,​ໝາຍ​ຄວາມ​ວ່າ​ໄດ້​ເພີ່ມ​ຂຶ້ນສາມ​ເທົ່າພາຍ​ໃນ6​ປີ.

ຄຽງ​ຄູ່​ກັບ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນນັບ​ມື້ນັບ​ໄວ​ເຂົ້າ,ການ​ຄ້າ​ລະຫວ່າງ​ເຂດ​ກວາ​ງຊີ​ກັບ​ອາ​ຊຽນປະກົດ​ມີ​ທ່ວງທ່າ​ທີ່ເພີ່​ມຂຶ້ນນຳຄູ່​ປີ.​ໂດຍ​ສະ​ເພາະ​ແມ່ນຈີນ​ກັບ​ປະ​ເທດ​ພາ​ຄີ​ຕ່າງໆ​ຂອງ​ອາ​ຊຽນ​ເລີ່​ມປະຕິບັດ​ຕາມສັນຍາ​ການ​ຄ້າ​ສິນຄ້າຂອງ​ສັນຍາ​​ຂອບ​ແຫ່ງ​ການ​ຮ່ວມ​ມື​ທາງເສດຖະກິດຮອບດ້ານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,​ເລີ່ມ​ປະ​ຕິ​ບັດ​ແຜນການ​ຫຼຸດ​ພາ​ສີ​ລົງ​ຢ່າງ​ຮອບ​ດ້ານ.​​ໃນ​ຖານ​ະທີ່​ເປັນ​ຂົວ​ສະພານ​ທີ່​ຕິດ​ຕໍ່ຈີນ​ກັບ​ອາ​ຊຽນ,ການ​ຄ້າ​ລະຫວ່າງ​​ເຂດ​ກວາງ​ຊີ​ກັບ​ອາ​ຊຽນ​ໄດ້ປະກົດ​ມີ​ທ່ວງທ່າ​ພັດທະນາ​​ເປັນ​ຢ່າງ​ດີ.