|
 |
(GMT+08:00)
2007-01-22 18:03:40
|
 |
ຈີນຈະສະຫນັບສະຫນູນການຂະຫຍາຍຕົວຂອງພາລະກິດສາທາລະນະສຸກຂອງເຂດຊົນເຜົ່າຕື່ມອີກ
cri
Author: sayvanny
ຕາມຂ່າວ cri: ຈີນຈະສະຫນັບສະຫນູນການຂະຫຍາຍຕົວຂອງພາລະກິດສາທາລະນະສຸກຂອງເຂດຊົນເຜົ່າຕື່ມອີກ,ຈະໃຊ້ມາດຕະການອັນແຂງແຮງໃຫ້ບູລິມະສິດສະຫນັບສະຫນູນເຂດຊົນເຜົ່າຢ່າງເປັນຈຸດຫນັກ, ພະຍາຍາມໃຫ້ວຽກງານສາທາລະນະສຸກຂອງເຂດຊົນເຜົ່າມີການປ່ຽນແປງຫລາຍສົມຄວນໃນຫລາຍປີຂ້າງຫນ້າ.
ນີ້ແມ່ນຂ່າວທີ່ນັກຂ່າວໄດ້ຮູ້ຈາກກະຊວງສາທາລະນະສຸກຈີນໃນວັນທີ 22 ມັງກອນນີ້.
ກະຊວງສາທາລະນະສຸກກ່າວວ່າ, ຕໍ່ໄປພາຍຫນ້າ, ສູນກາງເບີກທຶນສາທາລະນະສຸກໃຫ້ເຂດຊົນເຜົ່າເປັນພິເສດ;ໃນເວລາພາກສ່ວນບໍລິຫານງານດ້ານສາທາລະນະສຸກຂອງແຫ່ງຕ່າງໆໃນເວລາວາງນະໂຍບາຍນັນກໍ່ຕ້ອງພິຈາລະນາພິເສດເຖີງເຂດຊົນເຜົ່າ,ໂດຍສະເພາະຕ້ອງສະຫນັບສະຫນູນວຽກງານດ້ານປ້ອງກັນແລະປົວພະຍາດເອດ໊ແລະວັນນະໂຣກເປັນຈຸດສຳຄັນ.ຮັບປະກັນຄ່າໃຊ້ຈ່າຍໃນດ້ານສັກຊັກວັກແຊງຂອງເຂດຊົນເຜົ່າກ່ອນຫມູ່,ພະຍາຍາມຍົກຄຸນນະພາບແລະອັດຕາສັກວັກແຊງໃຫ້ສູງຂຶ້ນ.ຕາມໄດ້ຊາບວ່າ,ໃນສອງປີຜ່ານມາ, ລັດຖະບານສູນກາງຈີນໄດ້ເບີກທຶນລວມ 4 ຕື້ 700 ລ້ານຢວນເພື່ອໃຊ້ເຂົ້າໃນດ້ານສ້າງລະບົບສາທາລະນະສຸກ ການປ້ອງກັນແລະປົວພະຍາດຈຸດຫນັກແລະການພັດທະນາການປິ່ນປົວແລະຢຸກຢາຂອງເຂດຊົນເຜົ່າ, ເງື່ອນໄຂປົວພະຍາດຂອງເຂດຊົນເຜົ່າໄດ້ມີການປົວແປງໃຫ້ດີຂຶ້ນຢ່າງເດັ່ນຊັດ.
|
|
|