ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-23 12:00:09    
ທ່ານ​ອາບ​ບັສ​ກ່າວ​ວ່າ,​ຍັງ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ຮຽກ​ຮ້ອງ​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ມັງກອນນີ້,ກ່ອນ​ຈະ​ສິ້ນສຸດ​ການ​ຢ້ຽມຢາມ​ຊີຣີ,ທ່ານມາ​ເຮີ​ມຸດ ​ອາບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດສະຕິ​ນກ່າວ​ວ່າ,​ເຖິງ​ວ່າ​ທ່ານ​​ໄດ້​ຈັດ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ​ກັບ​ທ່ານ​ຄາ​ເລັດ ​ເມ​ຊາ​ອານ ຜູ້ນຳ​ການ​ເມືອງ​ຂອງຂະ​ບວນ​ການ​ອິສ​ລາມ​ຕໍ່ຕ້ານ​ຂອງ​ປາ​ເລັດ​ສະ​ຕິນ ຫຼື​ຮາ​ມາສ​,​ແຕ່ຖ້າວ່າ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ປະ​ກອບ​ລັດ​ຖະ​ບານ​ສາ​ມັກ​ຄີ​​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນລົ້ມ​ແຫຼວ,ທ່ານ​ຈະ​ຮຽກຮ້ອງ​ໃຫ້​ຈັດການ​ເລືອກ​ຕັ້ງ​ສະ​ພາ​ນິຕິບັນຍັດ​ປາ​ເລັດ​ສະຕິ​ນກ່ອນ​ເວລາ​ກຳ​ນົດ.

​ໃນ​ມື້​ດຽວ​ກັນ,ຂະ​ບວນການ​ປົດ​ປ່ອຍ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ ຫຼືຟາ​ຕາ​ກັບ​ອົງການ​ຮາມ​າສ​ໄດ້​ອອກ​ຖະ​ແຫຼງການ​ວ່າ,ຜູ້​ແທນ​ຂອງ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ການ​ປະ​ກອບ​ລັດ​ຖະ​ບານ​ສາມັກຄີ​ແຫ່ງ​ຊາດ.ຖະ​ແຫຼງການ​ຂຽນ​ວ່າ,ການ​ເຈລະຈາ​ຄັ້ງນີ້​ຈະ​ຈັດ​ຂຶ້ນຢູ່​ກາຊາ​ໃນ​ວັນ​ທີ23​ມັງກອນ​ນີ້.