ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-23 20:02:50    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເວົ້າ​ວ່າ, ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ນຳ​ໃຊ້​ອະ​ວະ​ກາດ​ໂດຍ​ສັນ​ຕິ​ຕະ​ຫຼອດ​ມາ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 23 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນກ່າວ​​ເນັ້ນ​ວ່າ, ຝ່າຍ​ຈີນມີ​ເຈດ​ຈຳນົງ​ໃຫ້​ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ​​ຕະຫຼອດມາ, ຄັດຄ້ານ​ການ​ໃຊ້​ອາວຸດ​ຢູ່ອະວະກາດ​​ແລະ​ການ​ແຂ່ງ​ຂັນ​ອາວຸດອະວະກາດ, ຈີນ​​ບໍ່​ເຄີຍ, ​ແລະຕໍ່​ໄປ​ກໍ່​ບໍ່ຫ່ອນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກຳລັງ​ລົບ​ອະວະກາດ​ດ້ວຍ​ຮູບການ​ໃດໆ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ​ຝ່າຍ​ຈີນ​ເຄີຍ​ດຳ​ເນີນ​ການ​ທົດ​ລອງຢູ່​ອະວະກາດບໍ່. ທ່ານ​ລິວ​ຈ້ຽນຊ່າວ​​ເວົ້າ​ວ່າ, ຝ່າຍ​ຈີນ​ໄດ້​ແຈ້ງ​​ໃຫ້ປະ​ເທດ​ຕ່າງ​ໆ, ​ເຊັ່ນ ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ​ເປັນ​ຕົ້ນ​ຊາບ​ແລ້ວກ່ຽວ​ກັບຈີນ​ໄດ້​ດຳ​ເນີນ​ການ​ທົດ​ລອງ​​ເທື່ອ​ໜຶ່ງ​​ຢູ່​ອະວະກາດ​. ທ່ານ​ເວົ້າ​ວ່າ, ການ​ທົດ​ລອງ​ເທື່ອນີ້​ບໍ່​ແນ​ໃສ່​ປະ​ເທດ​ໃດໆ, ​ແລະກໍ່ບໍ່ເປັນ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດໆ.