ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-24 18:59:39    
ໂຄສົກ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຟຼິກາ​ເວົ້າ​ວ່າ, ທ່ານ​ຫູ​ຈີນ​ທາວ​​ໄປ​ຢ້ຽມ​ຢາມ​ອາ​ຟຼິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ອາ​ຟຼິ​ກາ​ຢ່າງ​ຈິງ​ຈັງ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 24 ມັງກອນ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​​ເອລິກ ຊິນີ​ເອ ​ໂຄສົກ​ທະນາຄານ​ພັດທະນາ​ອາຟຼິກາເວົ້າ​ວ່າ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ຈະມາ​ຢ້ຽມຢາມ 8 ປະ​ເທດ​ອາ​ຟຼິກາ, ສະ​ແດງ​ໃຫ້​ເຫັນ​ວ່າ, ລັດຖະບານ​ຈີນ​ພວມ​ປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ​ຕໍ່​ອາ​ຟຼິກາ​​ຢ່າງ​ຈິງ​ຈັງ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​, ທ່ານ​ຊິນີ​ເອ ​ເວົ້າ​ວ່າ, ທ່ານ​ປະທານ​ຫູ​ຈີນ​ທາວຢ້ຽມຢາມ​ອາ​ຟຼິກາ, ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້ນຳ​ຈີນ​ເອົາ​ໃຈ​ໃສ່​ນຳ​ອາ​ຟຼິກາ​ໃນ​ລະດັບ​ສູງ.

ກ່ຽວກັບ​ສື່​ມວນ​ຊົນ​ຝ່າ​ຍຕາ​ເວັນ​ຕົກ​ຈຳນວນໜຶ່ງ​ໂຄສະນາ​ວ່າ, ຈີນ​ພວມປະຕິບັດ "ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່" ຢູ່​ອາ​ຟຼິການັ້ນ, ທ່ານ​ຊິນີ​ເອີ ​ເວົ້າ​ວ່າ, "ຂ້າພະ​ເຈົ້າ​ບໍ່​ໄດ້​ຖືວ່າ, ຈີນ​ພວມ​ປະຕິບັດ ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​​ໃໝ່ ຢູ່ອາ​ຟຼິກາ. ​ມັນຕ່າງ​ກັນ​ກັບການ​ກະທຳ​ຂອງປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳນວນ​ໜຶ່ງທີ່ປຸ້ນສະດົມເອົາ​ຊັບພະຍາກອນ​ຂອງ​ອາ​ຟຼິກາ​ເປັນເວລາຍາວນານ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຟຼິກາ​ແມ່ນ​ການຮ່ວມມືຢູ່​ບົນ​ພື້ນຖານ​ຫຼັກການທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳກັນ."