ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-24 19:08:14    
ຜູ່​ຊ່ຽວ​ຊານ​ຮຽກ​ຮ້ອງ​ອົງ​ການ​ອະ​ນາ​ໄມ​ໂລກ​ນຳ​ຫນ້າ​ຕໍ່​ຕ້ານ​ໄຂ້ຫວັດ​ສັດ​ປີກ

cri Author: sayvanny
ຕາມ​ຂ່າວສານ​ຊີນ​ຮວາ:ວັນ​ທີ 23 ມັງ​ກອນ​ນີ້,ນັກ​ວິ​ທະ​ຍາ​ສາດ​ຝຣັ່ງ​ແລະ​ອາ​ເມ​ລິ​ກາ​ໄດ້​ຮ່ວມ​ກັນປະກາດ​ບົດ​ລາຍ​ງານ​ຄົ້ນຄວ້າ​,ສະ​ເຫ​ນີ​ໃຫ້​ທົ່ວ​ໂລກ​ສ້າງ​ສູນ​ສະ​ສົມ​ທີ່​ສາມາດ​ສະຫນອງ​ຢາ​ຕ້ານ​ໄວ​ລັສ​ໄຂ້ຫວັດ​ສັດ​ປີກ​ຢ່າງ​ທັນ​ການ​ແຫ່ງ​ຫນຶ່ງ​ຂຶ້ນ,​ແລະ​ໃຫ້​ອົງການ​ອະນາ​ໄມ​ໂລກນຳ​ຫນ້າ​ເປັນ​ຜູ່​ຄຸ້ມ​ຄອງ​ແລະ​ຜະລິດ​ຢາ​ຊະນິດເປັນ​ເອກະ​ພາບ​ກັນ,​ເພື່ອ​​ໃນ​ເວລາ​ເກີດ​ໄຂ້ຫວັດ​ສັດ​ປີກ,ສາມາດ​ຄວບ​ຄຸມ​ໄ້ດ​ໂດຍ​ໄວ​ບໍ່​ໃຫ້​ມັນ​ແຜ່​ລະບາດ​ໃນ​ຫມູ່​ຄົນ​ໃນ​ທົ່ວ​ໂລກ.

ຂໍ້​ສະ​ຫລຸບ​ທີ່​ນັກ​ວິ​ທະ​ຍາ​ສາດ​ຝຣັ່ງ​ແລະ​ອາ​ເມ​ລິ​ກາ​​ເຫັນ​ວ່າ, ​ໃ​ນກໍລະນີ​ທີ່​​​ໄວ​ລັສ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ​ຢູ່​ໃນ​ຫມູ່​ຄົນ​ນັ້ນ,ການ​ຈຳກັດ​ບໍ່​ໃຫ້​ຄົນ​ສັນຈອນ​ໄປມາ​ພຽງ​ແຕ່​ຈະ​ຜ່ອນຄາຍ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂລກ​ພຽງ​ເລັກ​ຫນ້ອຍ​ທໍ່​ນັ້ນ, ​ແຕ່​ຖ້າ​ລັດຖະບານ​ມີ​ຢາ​ຕ້ານ​ເຊື້ອ​ໄວ​ຣັດສ​ຢ່າງ​ພຽງ​ພໍ,ກໍ່​ສາມາດ​ຄວບ​ຄຸມ​ໄວ​ລັສ​ໄດ້​ຢ່າງ​ວ່ອງ​ໄວ​ແລະບັງ​ເກີດ​ຜົນ,​ແລ້ວຈິ່ງ​ມີເວລາ​ອັນ​ພຽງພໍ​​ເພື່ອ​ຄົ້ນ​ຄວ້າ​ຜະລິດ​ວັກ​ແຊງ.