ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-01-25 17:44:26    
ຝ່າຍ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ຟື້ນ​ຟູ​ການ​ສົນ​ທະ​ນາ​ລະ​ຫວ່າງ​ຊົນ​ເຜົ່າ​ຄືນ​ໃຫມ່

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 24 ມັງກອນ​ນີ້, ຝ່າຍ​ການ​ເມືອງ​ຕ່າງໆ​ຂອງ​ປາ​ເລັສ​ຕິນ​ເຊັ່ນ ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສ​ຕິນ​ຫລື​ອົງການ​ອານ​ຟາ​ຕາ ​ແລະ​ຂະ​ບວນການ​ຕໍ່ຕ້ານ​ອິສ​ລາມ​ປາ​ເລັສ​ຕິນ​ຫລື​ອົງການ​ຮາ​ມາສ​ເປັນຕົ້ນ​ໄດ້​ຟື້ນ​ຟູ​ການ​ສົນ​ທະ​ນາ​ກັນ​ລະຫວ່າງ​ຊົນ​ເຜົ່າ​ຄືນ​ໃຫມ່,​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສ້າງ​ຄະນະ​ກຳມະການ​​ເພື່ອ​ຮັບ​ຜິດ​ຊອບ​ສ້າງ​ເວທີ​ການ​ເມືອງ​ໃຫ້​ລັດຖະບານ​ປະສົມ​ໃນ​ອະນາຄົດ.

ທ່ານ​ຊາ​ເລ.ນາ​ເຊີ ຜູ່​ນຳແນວ​ໂຮມ​ປະຊາທິປະ​ໄຕປົດ​ປ່ອຍ​ປາ​ເລັສ​ຕິນ​ປະ​ຊາ​ທິ​ປະ​ໄຕ​ເວົ້າວ່າ, ຜູ່​ນຳຝ່າຍ​ການ​ເມືອງ​ຕ່າງໆ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ວາລະ​ການ​ສົນທະນາ​ກັນ,​ແລະ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ສ້າງ​ຕັ້ງ​ຄະ​ນະ​ກຳມະການ​ປະສົມ​ເພື່ອ​ສ້າງເວທີ​ການ​ເມືອງ​ໃຫ້​ລັດຖະບານ​ປະສົບ​ ​ໃນ​ອະນາຄດ,​ແລະ​ຈະ​ຮ່າງ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ພາຍ​ໃນ 48 ຊົ່ວ​ໂມງ.

ທ່ານ​ນາ​ເຊີ​ເວົ້າ​ວ່າ, ວາລະ​​ສົນທະນາກັນ​ລວມມີ​ການ​ສ້າງ​ຕັ້ງ​ລັດ​ຖະ ບານ​ປະສົມ,ສັບ​ຊ້ອນ​ອົງ​ການ​ປົດ​ປ່ອຍ​ປາ​ເລັສ​ຕິນ,​ແລະ​ສ້າງ​ຕັ້ງ​ແນວ​ໂຮມ​ເອກະ​ພາບ​ຕໍ່​ຕ້ານ.ທ່າ​ນ​ເວົ້າວ່າ, ຝ່າຍ​ຕ່າງໆ​ຕົກ​ລົງ​ຈັດ​ກອງ​ປະຊຸມ​ອີກ​ເທື່ອ​ຫນຶ່ງ​ໃນ​ວັນ​ທີ 26 ມັງກອນ​ນີ້,​ເພື່ອ​ຫາລື​ຮ່າງໂຄງ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ​ຊຸດ​ໃຫມ່.